VOV WorldVOV World
ປະ​ເທດ ຝະ​ລັ່ງ ຕໍ່​ໜ້າ​ບັນ​ດາ​ບາດ​ລ້ຽວ​ສຳ​ຄັນ
06/12/2024 08:54
(VOVWORLD) - ວັນທີ 5 ທັນວາ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ຕົກລົງຮອງຮອງເອົາໃບຮ້ອງຂໍລາອອກຈາກຕຳແໜ່ງຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Michel Barnier ນຳໜ້າ ພາຍຫຼັງບັນດາສະມາຊິກລັດຖະສະພາຝ່າຍຄ້ານ ປ່ອນບັດບໍ່ໄວ້ວາງໃຈທ່ານໃນ 1 ມື້ກ່ອນ. ສິ່ງດັ່ງກ່າວບໍ່ພຽງແຕ່ແມ່ນຂີດໝາຍແຫ່ງການປ່ຽນແປງສິດອຳນາດການເມືອງເທົ່ານັ້ນ, ຫາກຍັງໄດ້ຍູ້ປະເທດຊາດຕົກເຂົ້າສູ່ສະພາບການສັບສົນອີກດ້ວຍ, ໃນຂະນະທີ່ປະເທດ ຝະລັ່ງ ພວມຕ້ອງປະເຊີນໜ້າກັບວິກິດການງົບປະມານທີ່ຮ້າຍແຮງ ແລະ ຂາດສະຖຽນລະພາບດ້ານເສດຖະກິດທີ່ແກ່ຍາວ.
ປະ​ເທດ ຝະ​ລັ່ງ ຕໍ່​ໜ້າ​ບັນ​ດາ​ບາດ​ລ້ຽວ​ສຳ​ຄັນ
(ພາບ: THX/TTXVN)    ທ່ານ Michel Barnier ຖືກບັງຄັບຕ້ອງລາອອກຈາກຕຳແໜ່ງ ໃນຂະນະທີ່ຫາກໍ່ຮັບໜ້າທີ່ເປັນນາຍົກລັດຖະມົນຕີພຽງແຕ່ 3 ເດືອນ, ພາຍຫຼັງທີ່ບັນດາສະມາຊິກລັດຖະສະພາຝ່າຍຂວາ ແລະ ຝ່າຍຊ້າຍ ເອກະພາບກັນ ໃນການບ່ອນບັດບໍ່ໄວ້ວາງໃຈ ຕ້ານຄືນທ່ານ. ນີ້ແມ່ນຄັ້ງທີ 2 ພາຍໃນເວລາບໍ່ຮອດປີໜຶ່ງ, ທ່ານປະທານາທິບໍດີ Macron ຕ້ອງປະເຊີນໜ້າກັບເລື່ອງປ່ຽນນາຍົກລັດຖະມົນຕີ, ພາຍຫຼັງທີ່ທ່ານ Gabriel Attal ລາອອກຈາກຕຳແໜ່ງເມື່ອເດືອນກໍລະກົດ.
TAG
VOV/VOVworld/ປະ​ເທດ ຝະ​ລັ່ງ ຕໍ່​ໜ້າ​ບັນ​ດາ​ບາດ​ລ້ຽວ​ສຳ​ຄັນ/ທ່ານ Michel Barnier/ລັດຖະບານ ຝະລັ່ງ ຖືກລົ້ມລະລາຍ/ປະທານາທິບໍດີ Macron

More