VOV WorldVOV World
ປະເທດອັງກິດກ່ອນມື້ດຳເນີນການລົງປະຊາມະຕິ
16/06/2016 12:42
ຍັງ​ອີກ 1 ອາ​ທິດ​ຄື​ຮອດ​ວັນ​ທີ 23/6, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດຈະ​ໄປ​ປ່ອນ​ບັດ​ເພື່ອ​ຕັດ​ສິນ​ບັນ​ຫາ​ປະ​ເທດນີ້​ຈະ​ຖອນ​ອອກ​ຈາກ​ສະ​ຫະພາບ​ເອີ​ລົບ EU ຫຼືບໍ່
ປະເທດອັງກິດກ່ອນມື້ດຳເນີນການລົງປະຊາມະຕິ
ຍັງ​ອີກ 1 ອາ​ທິດ​ຄື​ຮອດ​ວັນ​ທີ 23/6, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດຈະ​ໄປ​ປ່ອນ​ບັດ​ເພື່ອ​ຕັດ​ສິນ​ບັນ​ຫາ​ປະ​ເທດນີ້​ຈະ​ຖອນ​ອອກ​ຈາກ​ສະ​ຫະພາບ​ເອີ​ລົບ EU ຫຼືບໍ່. ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຕ່າງໆ​ກ່ອນ​ມື້ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ອຽງ​ຜູ້ສະ​ໜັບ​ສະ​ໜູນ​ອັງ​ກິດຖອນອ​ອກ​ຈາກ EU ແມ່ນຫຼາຍ​ກ່​ວາ​ຈຳ​ນວນ​ຜູ້​ຢາກ​ໃຫ້​ອັງ​ກິດ​ເປັນ​ສະ​ມາ​ຊິກ EU ຄື​ເກົ່າ. ເຖິງວ່າ ອັດ​ຕາ​ສ່ວນນີ້​ແມ່ນບໍ່​ຜິດ​ດ່ຽງຫຼາຍ​ເກີນ​ໄປ​ກໍ​ຕາມ, ແຕ່ນີ້​ແມ່ນ​ສິ່ງ​ທີ່​ເປັນ​ໜ້າ​ວິ​ຕົກ​ກັ່ງ​ວົນພາ​ໃຫ້​ວົງ​ການ​ນັກ​ການ​ເມືອງ​ອັງ​ກິດ, ການ​ນຳ EU ມີ​ການ​ກະ​ທຳຫຼາຍ​ຢ່າງ​ເພື່ອ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ​ເຫັນ​ໄດ້​ແຈ້ງ​ເຖິງ​ຜົນ​ປະ​ໂຫຍດ ແລະ ຜົນ​ເສຍຫາຍ​ຖ້າ​ຫາກ ອັງ​ກິດ​ຖອນ  ອ​ອກ​ຈາກ EU.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ອັງ​ກິດ​ເມື່ອ​ວັນ​ທີ 7/6      (ພາບ:BBC)         ການ​ລົງ​ປະ​ຊາ​ມະ​ຕິທີ່​ຈະ​ດຳ​ເນີນ​ໃນ​ວັນ​ທີ 23/6 ນີ້ ແມ່ນ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ຊຶ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ຍົກ​ອອກ​ມາ​ພາຍຫຼັງ​ທີ່​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ສາ​ມາດ​ຍາດ​ໄດ້​ໄຊ​ຊ​ະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ເດືອນ 5/2015. ເພື່ອ​ຕອບ​ຄືນ​ຄຳ​ຮຽກ​ຮ້ອງ​ຈາກພັກ​ນິ​ຍົມ​ຮັກ​ສາ​ເດີມ ແລະ ພັກ​ເອ​ກະ​ລາດທີ່​ເຄີຍບໍ່​ເຫັນ​ດີ​ກັບ​ເລື່ອງ​ອັງ​ກິດ​ເຂົ້າ​ຮ່ວມ EU ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ຄາວ​ນັ້ນ​ໄດ້​ໝັ້ນ​ໝາຍ​ວ່າ ຖ້າ​ຫາກ​ທ່ານ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປີ 2015, ທ່ານ​ຈະ​ດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິກ່ຽວ​ກັບບັນ​ຫາ​ປະ​ເທດນີ້​ຈະສືບ​ຕໍ່​ເປັນ​ສະ​ມາ​ຊິກ​ຄື​ເກົ່າຫຼື​​ຖອນອອກ​ຈາກ​ສະ​ຫະພາບ​ເອີ​ລົບ EU . ແຕ່​ກະ​ໂຕທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ເອງ ກໍ​ບໍ່​ຢາກ​ດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິ​ແຕ່​ຢ່າງ​ໃດຍ້ອນ​ຄວາມ​ສ່ຽງ ແລະ ຜົນ​ພາຍຫຼັງຂອງ​ມັນ.     
TAG
vovworld/ອັງ​ກິດ/ສະ​ຫະ​ພາບ​ເອີ​ລົບ

More