VOV WorldVOV World
ປະເທດອັງກິດຊອກຫາກາລະໂອກາດຢູ່ທາງທິດຕາເວັນອອກ
30/07/2015 12:44
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ພວມ​ທຳ​ການ​ຢ້ຽມ​ຢາມ 4 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຊັ່ນ : ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຫວຽດ​ນາມ ແລະ ສິງ​ກະ​ໂປ
ປະເທດອັງກິດຊອກຫາກາລະໂອກາດຢູ່ທາງທິດຕາເວັນອອກ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ພວມ​ທຳ​ການ​ຢ້ຽມ​ຢາມ 4 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຊັ່ນ : ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຫວຽດ​ນາມ ແລະ ສິງ​ກະ​ໂປ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຢູ່​ບໍ​ລິ​ເວນນອກ​ພາກ​ພື້ນ​ເອີ​ລົບ ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ນັ​ບ​ຕັ້ງ​ແຕ່​ໄດ້​ຮັບ​ການ​ເລືອກ​ຕັ້ງເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດຄືນ​ໃໝ່​ເມື່ອ​ເດືອນ 5 ທີ່​ຜ່ານ​ມາ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ນອກ​ຈາກ​ຈຸດ​ປະ​ສົງ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້​ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນັ້ນ, ອັງ​ກິດ​ຍັງ​ມີ​ຄວາມ​ຫວັງ​ຢາກ​ຊອກ​ຫາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື ຕ້ານກໍ່​ການ​ຮ້າຍ, ການ​ເດີນ​ທະ​ເລ, ການ​ບິນ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້​ຢຸງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron      ໂດຍ​ສັງ​ເກດ​ໃນ​ທຸກ​ແງ່​ມຸມ​ແລ້ວ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປະ​ຈຸ​ບັນ, ຍັງ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ ແລະ ການ​ລົງ​ທຶນ​ທີ່​ສຳ​ຄັນ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ອັນ​ດັບໜຶ່ງ​ໃນ​ໂລກ. ໄລ​ຍະ​ມໍ່ໆ​ມານີ້, ບັນ​ດາ​ປະ​ເທດ​ໃຫຍ່ ລ້ວນ​ແຕ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ທີ່​ຈະ​ແຈ້ງໂດຍ​ຫັນ​ຈຸດ​ສຸມ​ໄປ​ຍັງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ, ໃນ​ນັ້ນ ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ບົດ​ບາດ​ຂອງ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​. ສຳ​ລັບ​ອາ​ເມ​ລິ​ກາ ແມ່ນ​ນະ​ໂຍ​ບາຍ​ຫັນ​ຈຸດ​ສຸມ, ອິນ​ເດຍ ແມ່ນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ, ລັດ​ເຊຍ ແມ່ນ​ນະ​ໂຍ​ບາຍ​​ໃຫ້​ບຸ​ລິ​ມະ​ສິດ​ແກ່​ພາກ​ພື້ນ, ສ່ວນ​ສະ​ຫະ​ພາບ​ເອີ​ລົບ ແມ່ນ​ນະ​ໂຍ​ບາຍ​​ແຊກ​ແຊງ​ດ້ວຍ​ກຳ​ລັງ​ແຮງ​ແບບ​ອ່ອນ​ໂຍນ. ເພາະ​ສະ​ນັ້ນ, ລັດ​ຖະ​ບານ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ກໍ​ບໍ່ຢາກຊັກ​ຊ້າ​ໃນ​ການ​ແຂ່ງ​ຂັນ​ຊອກ​ຫາ​ບັນ​ດາ​ໂອ​ກາດ​ຮ່ວມ​ມື​ຢູ່​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນນີ້.
TAG
vovworld/ຢ້ຽມ​ຢາມ/ອາ​ຊີ​ຕາ​ເວັນ​ອອກ

More