ປະຊາຄົມເສດຖະກິດ ອາຊຽນ ແລະ ບັນດາເປົ້າໝາຍເຊື່ອມໂຍງໃນພາກພື້ນ
24/04/2019 10:52
(VOVWORLD) -ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດອາຊຽນ (AEM Retreat) ຄັ້ງທີ 25 ຖືກດໍາເນີນໃນລະຫວ່າງວັນທີ 22 – 23 ເມສາ ຢູ່ ພູເກດ, ທາງພາກໃຕ້ ຂອງປະເທດໄທ. ໄປຄຽງຄູ່ກັບເປົ້າໝາຍຕົ້ນຕໍທີ່ໄດ້ນໍາມາປຶກສາຫາລືຢູ່ກອງປະຊຸມຄັ້ງນີ້ແມ່ນ ຍູ້ໄວວຽກງານການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສິ້ນສຸດໃນທ້າຍປີນີ້, ລັດຖະມົນຕີ ເສດຖະກິດ ບັນດາປະເທດ ອາຊຽນ ກໍເຫັນດີນໍາວ່າຕ້ອງບັນລຸໄດ້ຄວາມເປັນເອກະພາບທີ່ຈະກ່ອນດໍາເນີນການເຈລະຈາ ກັບບັນດາປະເທດ ຄູ່ຮ່ວມມື.

ສັນຍາ RCEP ໄດ້ເລີ່ມດໍາເນີນເມື່ອເດືອນ ກຸມພາ 2017 ແລະ ຄາດວ່າ ຈະສໍາເລັດການເຈລະຈາໃນທ້າຍປີນີ້. ປັດຈຸບັນ, ບັນດາສະມາຊິກ ໄດ້ແກ້ໄຂບັນດາການເຈລະຈາ ໃຫ້ສິນຄ້າ ແລະ ການບໍລິການເຂົ້າເຖິງຕະຫຼາດ ໃຫ້ໄດ້ປະມານ 80% ຂອງປະເພດສິນຄ້າ ແລະ ມູນຄ່່າຂອງວົງເງິນການຄ້າທັງໝົດ. ເຖິງຢ່າງໃດກໍຕາມ, ເພື່ອກໍາໄດ້ບັນດາກາລະໂອກາດ ຈາກ RCEP, ບັນດາປະເທດ ອາຊຽນ ຄວນເປັນເອກະພາບກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າໃນກຸ່ມສາກ່ອນ, ຮັບປະກັນໃຫ້ທັງພາກພື້ນ ໄດ້ຊົມໃຊ້ຜົນປະໂຫຍດຈາກການຮ່ວມມື ແລະ ເຊື່ອມໂຍງເສດຖະກິດໃນພາກພື້ນ.
TAG
VOV/VOVworld/ສັນຍາ RCEP/ລະບົບປະຕູດຽວ ອາຊຽນ/ສັນຍາລົງທຶນຮອບດ້ານ ອາຊຽນ
Related
More








.jpg)