ປັບປຸງຄຳສັ່ງຢຸດຍິງ, ສ້າງເງື່ອນໄຂຊຸກຍູ້ການເຈລະຈາສັນຕິພາບລະຫວ່າງ ປາແລັດສະຕິນ - ອິດສະຣາແອັນ
09/08/2022 07:58
(VOVWORLD) -ພາຍຫຼັງທີ່ ອີຢິບ ແລະ ປະຊາຄົມສາກົນ ໄດ້ພະຍາຍາມຫຼາຍຢ່າງເພື່ອໄກ່ເກ່ຍ, ຕອນກາງຄືນວັນທີ 7 ສິງຫາ, ກອງທັບ ອິດສະຣາແອັນ ແລະ ຂະບວນການສູ້ຮົບອິດສະຣາມ Jihad (PIJ) ຢູ່ເຂດ Gaza ໄດ້ເລີ່ມປະຕິບັດຄຳສັ່ງຢຸດຍິງຢ່າງຮອບດ້ານ, ອັດການປະທະກັນທີ່ດຸເດືອດ ເຮັດໃຫ້ມີປະຊາຊົນຊາວ ປາແລັດສະຕິນ ນັບສິບຄົນເສຍຊີວິດໃນ 3 ວັນຜ່ານມາໄວ້ຊົ່ວຄາວ. ຫາງສຽງສາກົນໄດ້ຕີລາຄາສູງຕໍ່ຄວາມຄືບໜ້ານີ້, ແຕ່ກໍກ່າວເຕືອນວ່າ ເລື່ອງຮັກສາຄຳສັ່ງຢຸດຍິງ ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ, ຕ້ອງມີການຮ່ວມແຮງຮ່ວມໃຈ, ຄວາມມານະພະຍາຍາມ ກໍຄື ເຈດຕະນາດີຢ່າງແທ້ຈິງຈາກທຸກຝ່າຍທີ່ກ່ຽວຂ້ອງ.

ການປະທະກັນແກ່ຍາວໃນ 3 ວັນຜ່ານມາ ແມ່ນການປະທະກັນທີ່ດຸເດືອດ ແລະ ນອງເລືອດທີ່ສຸດລະຫວ່າງກອງທັບ ອິດສະຣາແອັນ ແລະ ບັນດາມືປືນຢູ່ເຂດ Gaza ໃນຮອບເວລາກວ່າ 1 ປີຜ່ານມາ. ເຫດການດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງໃນຫາງສຽງພາກພື້ນ ແລະ ສາກົນ ຍ້ອນສະພາບການຂາດສະຖຽນລະພາບຢູ່ຕາເວັນອອກກາງ ກໍຄື ລັກສະນະສັບສົນຂອງການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ.
TAG
VOV/VOVworld/ອິດສະຣາແອັນ/ຄຳສັ່ງຢຸດຍິງ/ລູກຈະຫຼວດ/ກຸ່ມ PIJ/ປາແລັດສະຕິນ
Related
More








