VOV WorldVOV World
ປັບປຸງເພີີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ
23/05/2016 07:58
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama ໄດ້​ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ . ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama
ປັບປຸງເພີີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama ໄດ້​ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23-25/5/2016 . ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແລະ ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ່ 3 ຂອງອາ​ເມ​ລິ​ການັບ​ຕັ້ງ​ແຕ່ 2 ປະ​ເທດ​ສ້າງການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ເມື​ອ່​ປີ 1995. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມໃນ​ປີນີ້.   ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ Barak Obama ໄດ້​ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​      ວັນ​ທີ 12/7/1995, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Bill Clinton ແລ​ະ ທ່ານ​ນາ​ຍົກ​ລັກ​ຖະ​ມົນ​ຕີ​ຫວຽດ​ນາມ ວໍ້​ວັນ​ກຽດ ​ໄດ້​ຖະ​ແຫຼງ​ປະ​ກາດ ສ້າງການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດເປັນ​ປົກ​ກະ​ຕິ, ປະ​ອະ​ດີດ ແລະ ໄຂ​ສັງ​ກາດ​ໃໝ່​ໃນ​ປະ​ຫວັດ​ສາດ​ຫວຽດ​ນາມ-ອາ​ເມ​ລິ​ກາ. ນັບ​ແຕ່ນັ້ນ​ມາ, ການ​ພົວ​ພັນ ຫວຽດ​ນາມ-ອາ​ເມ​ລິ​ກາ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ອັນ​ຄືບ​ໜ້າ​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ຕ່າງໆ​ນັບ​ທັງ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ທັງ​ລວງ​ກ້​ວາງ ແລະ ລວງ​ເລິກ, ນັບ​ມື້​ນັບ​ແທດ​ຈິງກວ່າ.    
TAG
vovworld/ອາ​ເມ​ລິ​ກາ/ຫວຽດ​​ນາມ

More