VOV WorldVOV World
ປັບປຸງປະມວນກົດໝາຍດຳເນີນຄະດີແພ່ງ,ຮັບປະກັນສິດຜົນປະໂຫຍດຂອງພົນລະເມືອງ
17/06/2015 11:24
ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ນັ້ນ, ເປັນ​ຄັ້ງ​ທຳ​ອິດ​ທີ່​ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື
ປັບປຸງປະມວນກົດໝາຍດຳເນີນຄະດີແພ່ງ,ຮັບປະກັນສິດຜົນປະໂຫຍດຂອງພົນລະເມືອງ
ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ນັ້ນ, ເປັນ​ຄັ້ງ​ທຳ​ອິດ​ທີ່​ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື. ນີ້​ແມ່ນ​ປະ​ມວນ​ກົດ​ໝາຍ​ທີ່​ສຳ​ຄັນ​ໃນ​ລະ​ບົບ​ເອ​ກະ​ສານ​ນິ​ຕ​ິກຳ, ກ່ຽວ​ຂ້ອງ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ. ບັນ​ດາ ສ.ສ.ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ)       ໃນ​ເທື່ອນີ້,ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ໄດ້ມອບໝາຍ​ໃຫ້​ສານ​ປະ​ຊາ​ຊົນ​ສູງ​ສຸດ​ເປັນ​ຜູ້​ຮັບ​ຜິດ​ຊອບ, ຮຽບ​ຮຽງຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ). ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງສະ​ບັບ​ປັບ​ປຸງນີ້ ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​​ຫັນ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ລັດ​ຫວຽດ​ນາມ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ເປັນ​ລະ​ບອບ​ກົດ​ໝາຍ, ໃນ​ນັ້ນ ຮຽກ​ຮ້ອງ​ໃຫ້​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ​ການ​ປະ​ຊຸມ​ສານ, ກຳ​ນົດ​ແຈ້ງກວ່າ​ກ່ຽວ​ກັບ​ທີ່​ຕັ້ງ, ສິດ​ອຳ​ນາດ , ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ປະ​ຕິ​ບັດ​ວຽກ​ງານ​ດຳ​ເນີນ​ຄະ​ດີ ແລະ ຜູ້​ເຂົ້າ​ຮ່ວມການ ດຳ​ເນີນ​ຄະ​ດີ.     
TAG
vov/vovworld/ປະ​ມວນ​ກົດ​ໝາຍ

More