VOV WorldVOV World
ປັບປຸງສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ກູບາ
26/03/2014 11:41
(vovworld) - ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ເລີ່​ມຕົ້ນການຢ້ຽມຢາມ ສ.ກູ​ບາຢ່າງ​ເປັນ​ທາງ​ການນັບ​ແຕ່​ວັນ​ທີ 26/3 – 28/3/2014
ປັບປຸງສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ກູບາ
 ປະທານ​ກູ​ບາ Raul Castro Ruz ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ເມື່ອ​ເດືອນ 7/2012 (vovworld) - ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ເລີ່​ມຕົ້ນການຢ້ຽມຢາມ ສ.ກູ​ບາຢ່າງ​ເປັນ​ທາງ​ການນັບ​ແຕ່​ວັນ​ທີ 26/3 – 28/3/2014. ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ທີ່​ສຳຄັນ​ຂອງ​ທັງ​ສອງ​ປະ​ເທດ​ໃນ​ປີ 2014, ​ທັງແມ່ນ​ໂອກາດ​ເພື່ອ​ປັບປຸງ​ສາຍ​ພົວພັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ຫວຽດນາມ - ກູ​ບາ; ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ເສດຖະກິດ, ການ​ຄ້າ; ຊຸກຍູ້​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ​ສອງ​ຝ່າຍ ​ແລະ ​ແລກປ່ຽນບັນດາ​ບັນຫາ​​ສາກົນ​ ແລະ ພາກພື້ນທີ່ຕ່າງຝ່າຍ​ຕ່າງ​​ມີ​ຄວາມ​ສົນ​ໃຈ.   ​ໃນ​ການພົວພັນກັບ ຫວຽດນາມ, ກູ​ບາ ຍາມ​ໃດ​ກໍ​ສະຫງວນ​ອາລົມ​ຈິດຄວາມ​ຮັກ​ແພງ​ທີ່ດີງາມ ​ແລະ ​ເລີກ​ເຊິ່ງ​ສະ​ເພາະໃຫ້​ແກ່ ຫວຽດນາມ, ນິຍົມ​ນັບຖື ຫວຽດນາມ ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ການ​ປ່ຽນ​​ແປງໃໝ່, ພັດທະນາ​ປະ​ເທດຊາດ. ກ່ອນ​ນີ້ 54 ປີ (2/12/1960), ກູ​ບາ ​ແມ່ນ​ປະ​ເທດທຳອິດ​ຢູ່ຂົ້ວ​ໂລກ​ຕາ​ເວັນ​ຕົກສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນມາ, ສາຍ​ພົວພັນ ຫວຽດນາມ - ກູ​ບາ ຍາມ​ໃດ​ກໍ​ໄດ້​ຮັບ​ການຮັກສາ​ໄວ້ ​ແລະ ພັດທະນາ.
TAG
vov/vovworld/ຫວຽດນາມ-ກູບາ

More