VOV WorldVOV World
ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄຸນ​ນະ​ທາດ, ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື
23/02/2022 09:13
(VOVWORLD) -ປີ 2022 ເປັນປິທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ຫວຽດນາມ, ເປັນປີສ້າງທ່ວງທ່າເພື່ອປະຕິບັດບັນດາເປົ້າໝາຍ, ການກຳນົດທິດຍຸດທະສາດ, ແຜນການພັດທະນາເສດຖະກິດສັງຄົມອາຍຸການ 5 ປີ 2021 – 2025 ແລະ ວິໄສທັດຮອດປີ 2030. ນີ້ກໍ່ແມ່ນຈຸດເວລາທົດສອບຄຸນນະທາດ, ຫົວຄິດປະດິດສ້າງ ແລະ ກຳລັງຄວາມສາມາດໃນການຮັບມືຂອງທັງລັດຖະບານ ແລະ ວິສາຫະກິດ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກບົນຈິດໃຈ “ຮ່ວມທຸກຮ່ວມສຸກ”, “ຜົນປະໂຫຍດຢ່າງກົມກຽວ ແລະ ແບ່ງປັນຄວາມສ່ຽງ”. ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ລັດຖະບານ ຫວຽດນາມ ສືບຕໍ່ປະຕິບັດ 3 ຂອດບຸກທະລຸຍຸດທະສາດລວມມີການສ້າງລະບອບລະບຽບການໃຫ້ສົມບູນແບບຄົບຊຸດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ ແລະ ທັນສະໄໝ ໃນປີ 2022 ເພື່ອຜ່ານຜ່າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນປັດຈຸບັນ.
ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄຸນ​ນະ​ທາດ, ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື
ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ ດ້ວຍຫົວຂໍ້ “ຟື້ນຟູ ແລະ ພັດທະນາລະບົບສະໜອງໃນສະພາບປົກກະຕິໃໝ່”  (ພາບ: TTXVN)
TAG
VOV/VOVworld/ວິ​ສາ​ຫ​ະ​ກິດ/ຫວຽດ​ນາມ

More