VOV WorldVOV World
ພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ - ຄວາມງາມດ້ານວັດທະນະທຳ ແຫ່ງຈິດວິນຍານຫວຽດນາມ
28/04/2015 10:39
ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ຂອງ​ທັງ​ຊາດ​ຫວຽດ​ນາມ, ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ. ຮອດ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຊາວ​ຫວຽດ​ນາມ​ກໍ​ລ້ວນ​ແຕ່ອ​ວາຍ​ໜ້າ​ເມືອ​ຫາກົກ​ເຄົ້າ​ເຫງົ້າ​ກໍ
ພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ - ຄວາມງາມດ້ານວັດທະນະທຳ ແຫ່ງຈິດວິນຍານຫວຽດນາມ
ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ຂອງ​ທັງ​ຊາດ​ຫວຽດ​ນາມ, ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ. ເຖິງວ່າ​ຈະ​ຢູ່​ໃກ້ຫຼື​ໄກ, ຮອດ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຊາວ​ຫວຽດ​ນາມ​ກໍ​ລ້ວນ​ແຕ່ອ​ວາຍ​ໜ້າ​ເມືອ​ຫາກົກ​ເຄົ້າ​ເຫງົ້າ​ກໍ​ຢູ່​ທີ່​ພະ​ວິ​ຫານ​ເຈົ້າ​ຊີ​ວິດ​ຮຸ່ງ ໃນ​ຕາ​ແສງ ຮີ​ເກືອງ, ເມືອງ ເລີມ​ທາວ ແຂວງ ຟູ້​ເຖາະ. ຢູ່​ແຫ່ງນີ້ ກໍ​ແມ່ນ​ສັນ​ຍາ​ລັກ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ແຫ່ງ​ຊາດ​ຫວຽດ​ນາມ.  ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ແລະ ງານ​ບຸນ​ວິ​ຫານ​ຮຸ່ງ      ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ແລະ ງານ​ບຸນ​ວິ​ຫານ​ຮຸ່ງ ແມ່ນ​ເຫດ​ການ​ປະ​ຈຳ​ປີຖືກ​ຈັດ​ຂຶ້ນ ຢູ່​ທີ່​ພະ​ວິ​ຫານ​ເຈົ້າ​ຊີ​ວິດ​ຮຸ່ງ ໃນ​ຕາ​ແສງ ຮີ​ເກືອງ, ເມືອງ ເລີມ​ທາວ ແຂວງ ຟູ້​ເຖາະ, ແນ​ໃສ່​ສຶກ​ສາ​ອົບ​ຮົມ​ຊາວ​ຫວຽດ​ນາມ​ລຸ່ນ​ຕ່າງໆ​ກ່ຽວ​ກັບ​ມູນ​ເຊື້ອ​ຮັກ​ຊາດ, ຫຼັກ​ສິນ​ທຳ​: “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” , ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່ ບັນ​ດາເຈົ້າຊີ​ວິດ​ຮຸ່ງຊຶ່ງ​ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການກໍ່​ຕັ້ງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ແມ່ນ​ວັນ​ບຸນ​ລວມ​ຂອງ​ທັງ​ຊາດ​ຫວຽດ​ນາມ.
TAG
vov/vovworld/ພິ​ທີ​ໄຫວ້​ບູ​ຊາ​/​ວິ​ຫານ​ຮຸ່ງ

More