ພໍ່ແມ່ປະຊາຊົນບັນດາເຜົ່າມຸ່ງໄປເຖິງວັນບຸນໃຫຍ່
09/03/2026 08:34
(VOVWORLD) - ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໄດ້ດຳເນີນໃນວັນທີ 15 ມີນາ, ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ. ໃນຊຸມວັນນີ້, ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວເຂດພາກຂອງປະເທດຊາດພວມມຸ່ງໄປເຖິງວັນເລືອກຕັ້ງດ້ວຍຄວາມເຊື່ອໝັ້ນ, ຄວາມຫວັງ ແລະ ນ້ຳໃຈຄວາມຮັບຜິດຊອບຢ່າງສູງ.

ຫວຽດນາມ ແມ່ນຊາຍຄາລວມຂອງ 54 ຊົນເຜົ່າ. ເມື່ອໃກ້ຈະຮອດວັນເລືອກຕັ້ງ, ຈາກບັນດາໝູ່ບ້ານເຂດພູສູງ, ກຸ້ມບ້ານເຂດທົ່ງພຽງ ຕະຫຼອດຮອດບັນດາເຂດໝູ່ເກາະທະເລທີ່ຫ່າງໄກ, ປະຊາຊົນລ້ວນແຕ່ຫ້າວຫັນກະກຽມເຂົ້າຮ່ວມການປ່ອນບັດ. ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ອອກສະໝັກຮັບເລືອກຕັ້ງໄດ້ຕິດປະກາດຢ່າງເປັນລະບຽບຢູ່ເຮືອນຮ່ວມຊີວິດຊຸມຊົນ, ເພື່ອໃຫ້ປະຊາຊົນຊອກຮູ້ກ່ຽວກັບວັນບຸນໃຫຍ່ຂອງປະເທດຊາດ.
TAG
VOV/VOVworld/ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI/ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031/ວັນບຸນໃຫຍ່/ການເລືອກຕັ້ງ
Related








