ພໍ່ແມ່ພີ່ນ້ອງຊາວຄຼິດຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ
23/12/2024 09:26
(VOVWORLD) - ໃນຊຸມວັນມື້ນີ້, ການນຳພັກ, ລັດ ຫວຽດນາມ ສືບຕໍ່ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ບັນດາເຂດຊາວຄຼິດໃນທົ່ວປະເທດ. ໃນການພົບປະກັບຜູ້ມີຍົດສັກຕຳແໜ່ງ, ທາງສາສະໜາ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດ, ບັນດາການນຳພັກ, ລັດ ຍາມໃດກໍຕີລາຄາສູງການປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຄຼິດໃນບັນດາຜົນງານພັດທະນາຂອງປະເທດ, ພ້ອມທັງປາດຖະໜາວ່າພໍ່ແມ່ພີ່ນ້ອງຈະສືບຕໍ່ເສີມຂະຫຍາຍນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ພ້ອມກັນສ້າງສາປະເທດຊາດໃຫ້ວັດທະນາຖາວອນ.

ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ບັນດາອົງການຈັດຕັ້ງ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດຈຳນວນຫຼາຍ ຢູ່ ຫວຽດນາມ ຍາມໃດກໍເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ມະຫາສາມັກຄີທົ່ວປວງຊົນທັງຊາດ, ຜູກພັນ, ຮ່ວມເດີນທາງພ້ອມກັບຊາດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
TAG
VOV/VOVworld/ວັນບຸນ ຄຼິດສະມາດ/ສັງຄະນາຍົກ/ພໍ່ແມ່ພີ່ນ້ອງຊາວຄຼິດ
Related
More








