VOV WorldVOV World
ຜົນຮ້າຍຢ້ອນຫຼັງໃນທົ່ວໂລກຈາກຄຳສັ່ງລົງໂທດລັດເຊຍ
15/01/2015 08:40
ເລື່ອງ​ສະ​ກຸນ​ເງິນ​ຣຸບ​ຕົກ​ລາ​ຄາ​ຢ່າງ​ຕໍ່​ເນື່ອງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ຊຸດ​ໂຊມນັ້ນ, ກໍ​ແມ່ນ​ບັນ​ດາ​ຜົນ​ພາຍຫຼັງ​ຈາກ​​ມາດ​ຕະ​ການ​ລົງ​ໂທດ​​ລັດ​ເຊຍ
ຜົນຮ້າຍຢ້ອນຫຼັງໃນທົ່ວໂລກຈາກຄຳສັ່ງລົງໂທດລັດເຊຍ
(ພາບ​ປະ​ກອບ)    ເລື່ອງ​ສະ​ກຸນ​ເງິນ​ຣຸບ​ຕົກ​ລາ​ຄາ​ຢ່າງ​ຕໍ່​ເນື່ອງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ຊຸດ​ໂຊມນັ້ນ, ກໍ​ແມ່ນ​ບັນ​ດາ​ຜົນ​ພາຍຫຼັງ​ໂດຍ​ກົງ​ຈາກ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ການ​ເງິນ​ຊຶ່ງ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຈັດ​ວາງ​ສຳ​ລັບ​ລັດ​ເຊຍ. ບັນ​ດາ​ຜົນ​ສະ​ທ້ອນ​ເມື່ອ​ເງິນ​ຣຸບ​ຕົກ​ລາ​ຄາ​ທີ່​ມີ​ຕໍ່​ປະ​ເທດ​ລັດ​ເຊຍ ແມ່ນ​ສິ່ງ​ທີ່​ເຫັນ​ໄດ້​ຊັດ​ແລ້ວ, ແຕ່​ບັນ​ດາ​ບັນ​ຫາ​ທີ່​ຫາງ​ສຽງ​ມີ​ຄວາມ​ສົນ​ໃຈ​ໃນ​ປະ​ຈຸ​ບັນ, ນັ້ນ​ແມ່ນການ​ຊຸດ​ໂຊມ​ຂອງ​ພື້ນ​ຖານເສດ​ຖະ​ກິດລັດ​ເຊຍ ຈະ​ພາ​ໄປ​ເຖິງ​ຜົນ​ຮ້າຍ​ຫຍັງ​ແດ່​ໃຫ້​ແກ່​ສະ​ພາບ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.    ກ່ອນ​ປີ 2014, ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ ບໍ່​ມີ​ສັນ​ຍານ​ບົ່ງ​ບອກ​ເຖິງ​ການ​ຊຸດ​ໂຊມແຕ່​ຢ່າງ​ໃດ, ຫາກ​ກົງ​ກັນ​ຂ້າມ, ທຸກ​ຕົວ​ເລກ, ດັດ​ຊະ​ນີ ກໍ​ລ້ວນ​ແຕ່​​ສະ​ແດງໃຫ້​ເຫັນ​ພື້ນ​ຖານ​ເສດ​ຖະ​ກິດລັດ​ເຊຍ​ມີ​ພື້ນ​ຖານ​ການ​ເງິນ​ທີ່​ໝັ້ນ​ຄົງ​ເຂັ້ມ​ແຂງ. ສ່ວນ​ເລື່ອງ​ກ້າວ​ເຂົ້າ​ສູ່​ປີ 2014, ນັບ​ແຕ່​ເດືອນ 6/2014 ຂະ​ນະ​ທີ່​ລາ​ຄາ​ນ້ຳ​ມັນຫຼຸດ​ລົງ​ເຄິ່ງ​ໜຶ່ງ​ຍ້ອນ​ຜົນ​ກະ​ທົບ​ຈາກ​​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍ​ຂອງຝ່າຍ​ຕາ​ເວັນ​ຕົກ ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ສູ້​ຮົບ​ຢູ່​ຢູ​ແກຼນ ແລະ ຍ້ອນ​ອົງ​ການ OPEC ປະ​ຕິ​ເສດ​ຫຼຸດ​ຜ່ອນ​ປະ​ລິ​ມານ​ການ​ຜະ​ລິດ, ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ ຊຶ່ງ​ຕົ້ນ​ຕໍ່​ແມ່ນ​ອາ​ໄສ​ການ​ສົ່ງ​ອອກພະ​ລັງ​ງານ, ບໍ່​ສາ​ມາ​ສດຫຼຸດ​ພົ້ນ​ອ​ອກ​ຈາກ​ສະ​ພາບ​ອຶດ​ອາດ​ຊັກ​ຊ້າ. ຄຳ​ສັ່ງ​ຂວ້ຳ​ບາດ​ການ​ນຳ​ເຂົ້າ​ສະ​ບຽງ​ອາ​ຫານ​ໄດ້​ເຮັດ​ໃຫ້​ດັດ​ຊະ​ນີ​ໃຊ້​ສອຍ CPI ໃນ​ຊຸມ​ເດືອນ​ທ້າຍ​ປີ​ຂອງ​ລັດ​ເຊຍ​ຂຶ້ນ​ເຖິງ​ລະ​ດັບ 8%. ເງິນ​ຣຸບ​ອ່່ອນ​ຕົວ​ລົງ ກໍ​ໄດ້​ເຮັດ​ໃຫ້​ບັນ​ດາ​ບ້ວງ​ໜີ້​ສິນ​ເປັນ​ເງິນ USD ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ທະ​ນາ​ຄານ​ເພີ່ມ​ຄວາມ​ໜັກ​ຫນ່ວງຫຼາຍ​ຂຶ້ນ. ລະ​ດັບ​ເງິນ​ເຟີ້​ໃນ​ປີ 2014 ເກືອບ​ເທົ່າ​ກັບ 10% ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ອີກ​ໃນ​ປີ 2015.
TAG
vov/vovworld/ເສດ​ຖະ​ກິ​ດ/ຊຸດ​ໂຊມ

More