ຜູກຮັດລະຫວ່າງປະຊາຊົນໃນປະຊາຄົມອາຊຽນ
17/02/2015 08:00
ຕາມແຜນການແລ້ວ, ປະຊາຄົມອາຊຽນຈະຖະແຫຼງປະກາດການສ້າງຕັ້ງໃນທ້າຍປີນີ້. ປະຊາຄົມລວມ, ກຸ່ມເສດຖະກິດເປັນເອກະພາບ, ຕະຫຼາດເປີດກ້ວາງ, ສີສັນວັດທະນະທຳເປັນເອກະລັກສະເພາະອາຊຽນ

ຕາມແຜນການແລ້ວ, ປະຊາຄົມອາຊຽນຈະຖະແຫຼງປະກາດການສ້າງຕັ້ງໃນທ້າຍປີນີ້. ປະຊາຄົມລວມ, ກຸ່ມເສດຖະກິດເປັນເອກະພາບ, ຕະຫຼາດເປີດກ້ວາງ, ສີສັນວັດທະນະທຳເປັນເອກະລັກສະເພາະອາຊຽນ, ກໍແມ່ນຈຸດໝາຍທີ່ອາຊຽນມຸ່ງໄປເຖິງ. ແຕ່ປະຊາຄົມອາຊຽນພຽງແຕ່ປະສົບຜົນສຳເລັດຢ່າງແທ້ຈິງ ຂະນະທີ່ມີຄວາມເຫັນດີເຫັນພ້ອມຈາກປະຊາຊົນ. ດັ່ງນັ້ນ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃນທົ່ວກຸ່ມອາຊຽນກ່ຽວກັບ ປະຊາຄົມ, ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຊຶ່ງ ປະຊາຄົມນຳມາໃຫ້ນັ້ນ ກໍແມ່ນໜ້າທີ່ຈຸດສຸມຂອງອາຊຽນໃນປີ 2015 ນີ້. (ພາບປະກອບ) ດ້ວຍມາດຖານ “ອາຊຽນກຸ່ມໜຶ່ງຖືມະນຸດເປັນໃຈກາງ”. ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 31/12/2015 ຈະກາຍເປັນເຄື່ອງມືທີ່ແຂງແຮງກວ່າເພື່ອປະຕິບັດຄວາມມຸ່ງຫວັງຂອງປະຊາຊົນ. ນັ້ນແມ່ນພື້ນຖານການປົກຄອງ, ບໍລິຫານທີ່ດີ, ບັນລຸມາດຖານການດຳລົງຊີວິດສູງກວ່າ, ພັດທະນາແບບຍືນຍົງ, ອັນໄດ້ສ້າງກາລະໂອກາດໃຫຍ່ກວ່າໃຫ້ແກ່ໝົດທຸກຄົນ. ມາຮອດປະຈຸບັນ, ທຸກໆປະເທດສະມາຊິກອາຊຽນ ໄດ້ສຳເລັດວຽກງານກະກຽມໃຫ້ແກ່ ການສ້າງຕັ້ງປະຊາຄົມອາຊຽນ, ໃນນັ້ນເອົາໃຈໃສ່ເຖິງ ສະຕິຄວາມຮັບຮູ້ກ່ຽວກັບປະຊາຄົມອາຊຽນໂດຍຜ່ານບັນດາຮູບການໂຄສະນາທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ສອດຄ່ອງກັບສະພາບການ, ເງື່ອນໄຂຂອງແຕ່ລະປະເທດ.
TAG
vov/vovworld/ອາຊຽນ/ປະຊາຄົມ
Related
More








