ປີ 2015, ຈຸດລິເລີ່ມໃຫ້ແກ່ສາຍພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະ 20 ປີທີ່ຈະເຖິງ
28/01/2015 06:47
ພາຍຫຼັງສ້າງການພົວພັນເປັນປົກກະຕິມາເປັນເວລາ 20 ປີ, ທັງຫວຽດນາມ ແລະ ອາເມລິກາໄດ້ປະສົບຜົນສຳເລັດໃນເລື່ອງບໍ່ຫວນຄືນອະດີດ, ມຸ່ງໄປສູ່ອະນາຄົດ ແລະ ໃນໄລຍະອັນສັ້ນໆ, ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານ

ພາຍຫຼັງສ້າງການພົວພັນເປັນປົກກະຕິມາເປັນເວລາ 20 ປີ, ທັງຫວຽດນາມ ແລະ ອາເມລິກາໄດ້ປະສົບຜົນສຳເລັດໃນເລື່ອງບໍ່ຫວນຄືນອະດີດ, ມຸ່ງໄປສູ່ອະນາຄົດ ແລະ ໃນໄລຍະອັນສັ້ນໆ, ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານ. 20 ປີທີ່ຜ່ານມາ ໄດ້ເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ໄລຍະປະຫວັດສາດໃໝ່ລະຫວ່າງ 2 ປະເທດ, ເຊື່ອມຕົວເຂົ້າທ່າອຽງຮ່ວມມືສາກົນທົ່ວໂລກ. ທ່ານ Ted Osius ເອກອັກຄະລັດຖະທູດຄົນໃໝ່ຂອງອາເມລິກາ ປະຈຳຫວຽດນາມ ນັບຕັ້ງແຕ່ເວລາສ້າງການພົວພັນເປັນປົກກະຕິເມື່ອວັນທີ 12/7/1995, ມາຮອດປະຈຸບັນ, ທັງຫວຽດນາມ ແລະ ອາເມລິກາຕ່າງກໍມີຄວາມມານະພະຍາຍາມຫຼາຍຢ່າງເພື່ອສ້າງຄວາມເຊືຶ່ອໝັ້ນ, ລົບລ້າງຄວາມລະແວງສົງໃສ ເພື່ອຈັບມືຮ່ວມມືກັນ. ພາຍຫຼັງ 20 ປີ, ຈາກການທີ່ເປັນສັດຕູຂອງກັນ, ຫວຽດນາມ ແລະ ອາເມລິກາ ໄດ້ກາຍເປັນຄູ່ຮ່ວມມືຂອງກັນ ແລະ ຈາກຂອບເຂດກົນໄກນີ້, ການພົວພັນລະຫວ່າງ 2 ປະເທດໄດ້ເປີດກ້ວາງໃນຫຼາຍຂົງເຂດຄື ການເມືອງ, ການຕ່າງປະເທດ, ເສດຖະກິດ- ການຄ້າ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ.
TAG
vov/vovworld/ຫວຽດນາມ/ອາເມລິກາ
Related
More








