VOV WorldVOV World
ປ່ຽນແປງໃໝ່ແບບວິທີການພົວພັນຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່
22/08/2016 12:14
ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 29 ຊຶ່ງ​ແມ່ນ​ເຫ​ດ​ການ​ທີ່​ສຳ​ຄັນ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຊຶ່ງ​ຖືກ​ຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ, ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ເມື່ອ​ວັນ​ທີ 22/8
ປ່ຽນແປງໃໝ່ແບບວິທີການພົວພັນຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່
ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 29 ຊຶ່ງ​ແມ່ນ​ເຫ​ດ​ການ​ທີ່​ສຳ​ຄັນ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຊຶ່ງ​ຖືກ​ຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ, ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ເມື່ອ​ວັນ​ທີ 22/8. ໂດຍ​ຖືກ​ຈັດ​ຂຶ້ນ​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ໃນ​ສະ​ພາ​ວະ​ທີ່​ສະ​ພາບ​ແວດ​ລ້ອມ​ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ​ມີ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 29 ໄດ້​ຮັບ​ການ​ກຳ​ນົດ​ວ່າ ກອງ​ປະ​ຊຸມ​​ແຫ່ງການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຈີນ​ຕະ​ນາ​ການ, ແບບ​ວິ​ທີ, ກຳ​ນົດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ໃໝ່, ນຳ​ປະ​ເທດ​ຊາວ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ພິ​ເສດ​ແມ່ນ​ການ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວມ​ຢ່າງ​ໝັ້ນ​ຄົງ.   ທ່ານ​ຮອ​ງນາ​ຍົກລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບິງ​ມິນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ       ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດຄັ້ງ​ທີ 29 ມີ​ຫົວ​ຂໍ້​ວ່າ : “ ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຢ່າງ​ມີ​ໄຊ”. ກອງ​ປະ​ຊຸມ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ອາ​ຍຸ​ການ 5 ປີ​ທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ ກໍ​ກຳ​ນົດ​ໜ້າ​ທີ່ຕົ້ນ​ຕໍ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຈີນ​ຕະ​ນາ​ການ​ຢ່າງ​ຮອບ​ດ້ານ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ຈີນ​ຕະ​ນາ​ການ​ທາງ​ດ້ານ​ການ​ທູດ​ຮັບ​ໃຊ້​ການ​ພັດ​ທະ​ນາ.
TAG
vovworld/ການ​ຕ່າງ​ປະ​ເທດ

More