ສະພາແຫ່ງຊາດຕ້ອງປ່ຽນແປງໃໝ່ຢ່າງແຮງກວ່າ, ແທດຈິງກວ່າເພື່ອສົມກັບພາລະສຳຄັນ ເຊິ່ງລັດຖະທຳມະນູນໄດ້ກຳນົດ
06/04/2026 09:38
[VOVWORLD] - ເມື່ອກ່າວຄຳເຫັນໃນວາລະໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ໃນຕອນເຊົ້າວັນທີ 06 ເມສາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ ຄຳຮຽກຮ້ອງຕ້ອງການຂອງໄລຍະພັດທະນາໃໝ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ຕ້ອງມີການປ່ຽນແປງໃໝ່ຢ່າງແຮງກວ່າ, ແທດຈິງກວ່າ, ມີປະສິດທິຜົນກວ່າ ເພື່ອປະຕິບັດຢ່າງຄົບຖ້ວນ ແລະ ສົມກັບ ພາລະສຳຄັນເຊິ່ງລັດຖະທຳມະນູນໄດ້ກຳນົດ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງເປົ້າໝາຍພັດທະນາຮອດປີ 2030, ວິໄສທັດຮອດປີ 2045 ພ້ອມທັງເນັ້ນໜັກເຖິງຄຳຮຽກຮ້ອງຕ້ອງປ່ຽນແປງໃໝ່ຈິນຕະນາການພັດທະນາແກ້ໄຂແຫຼ່ງກຳລັງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ສູງສຸດ. 260406_tsct_am_03.jpeg
TAG
VOV/VOVWORLD/ກອງປະຊຸມຄັ້ງປະຖົມມະລຶກ/ສະພາແຫ່ງຊາດຊຸດທີ XVI/ລັດຖະທຳມະນູນ
Related








