VOV WorldVOV World
ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ປີ 2025 ຍາກ​ທີ່​ຈະ​ມີ​ຄວາມ​ສະ​ຫງົບ
27/12/2024 07:49
(VOVWORLD) - ຄວາມຈົນຕາແຈໃນຄວາມມານະພະຍາຍາມສ້າງຄຳສັ່ງຢຸດຍິງຍາວນານຢູ່ເຂດ ກາຊາ, ສະພາບບອບບາງທີ່ບໍ່ໝັ້ນຄົງຢູ່ ລີບັງ, ສະພາບສັບສົນໃໝ່ຢູ່ ຊີຣີ, ພ້ອມກັບການສູ້ຢັນກັນທີ່ນັບມື້ນັບເປີດເຜີຍລະຫວ່າງ ອິດສະຣາແອັນ ແລະ ອີຣານ ໄດ້ເຮັດໃຫ້ສະພາບແວດລ້ອມແຫ່ງຄວາມໝັ້ນຄົງຢູ່ຕາເວັນອອກກາງ ສືບຕໍ່ປະສົບກັບສິ່ງທ້າທາຍຫຼາຍຢ່າງໃນປີ 2025.
ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ປີ 2025 ຍາກ​ທີ່​ຈະ​ມີ​ຄວາມ​ສະ​ຫງົບ
ຖານທີ່ໝັ້ນກອງທັບອາກາດມໍ່ກັບນະຄອນຫຼວງ Damacus, Syria ຖືກ Israel ຖີ້ມລະເບີດ (ພາບ: CNN )    ວັນທີ 25 ທັນວາ, ບັນດາການເຈະລະຈາຄັ້ງຫຼ້າສຸດລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາສ ຢູ່ເຂດ ກາຊາ ສືບຕໍ່ຖືກລົ້ມລະລາຍ ຂະນະທີ່ສອງຝ່າຍ ບໍ່ບັນລຸໄດ້ຄວາມປະນີປະນອມອັນຈຳເປັນ. ສະພາບດັ່ງກ່າວໃຫ້ເຫັນວ່າ, ພາຍຫຼັງເກີດການປະທະກັນຢູ່ເຂດ ກາຊາ ເປັນເວລາ 14 ເດືອນ ແລະ ແຜ່ລາມອອກສູ່ພາກພື້ນ, ບັນດາສິ່ງທ້າທາຍໃຫ່ຍຫຼວງທີ່ສຸດສຳລັບສັນຕິພາບ ແລະ ສະຖຽນລະພາບຢູ່ຕາເວັນອອກກາງ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ. ສະພາບການເຂດໂຮງໝໍ Al Shifa ຢູ່ເຂດ ກາຊາ ພາຍຫຼັງການບຸກໂຈມຕີຂອງ  Israel ວັນທີ 1/4/2024 (ພາບ: AFP/TTXVN )  
TAG
VOV/VOVworld/ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ປີ 2025 ຍາກ​ທີ່​ຈະ​ມີ​ຄວາມ​ສະ​ຫງົບ/ທ່ານ Bader Al-Saif/ທ່ານ Khaled Khiari/ຜູ້ຊ່ວຍວຽກທ່ານເລຂາທິການໃຫ່ຍ ສປຊ/ທ່ານ Jake Sullivan/ທີ່ປຶກສາດ້ານຄວາມສະຫງົບປອດໄພ ອາເມລິກາ

More