ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າ, ຊຸກຍູ້ການພົວພັນແລກປ່ຽນທາງການຄ້າ ເອເລັກໂຕນິກ ຂ້າມຊາຍແດນ
10/09/2024 02:19
(VOVWORLD) - ການຄ້າເອເລັກໂຕນິກຂ້າມຊາຍແດນ ພວມນັບມື້ນັບພັດທະນາຢ່າງແຮງ, ມີການເຕີບໂຕໄວ. ໃນສະພາບການຫວຽດນາມ ພວມນັບມື້ນັບເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ ຢ່າງເລິກເຊິ່ງກວ້າງຂວາງ, ພ້ອມກັບໂອກາດທີ່ດີຈາກບັນດາສັນຍາການຄ້າເສລີລຸ້ນໃໝ່, ການເຂົ້າຮ່ວມຂອງລະບົບສົ່ງອອກນຳເຂົ້າທາງໄກ, ບັນດາຊ່ອງທາງທາງການຄ້າເອເລັກໂຕນິກຂ້າມຊາຍແດນແມ່ນມາດຕະການທີ່ມີປະສິດທິຜົນ, ສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ. ພ້ອມກັບການໜູນຊ່ວຍຂອງລັດຖະບານ, ປະຊາຄົມວິສາຫະກິດ ຫວຽດນາມ ກໍ່ພວມເປັນເຈົ້າກການ ຍາດແຍ່ງເອົາກາລະໂອກາດ, ຢັ້ງຢືນເຄື່ອງໝາຍການຄ້າ ຫວຽດນາມ ໃນລະບົບການຜະລິດ ແລະ ສະໜອງທົ່ວໂລກ.

ການຄ້າ ເອເລັກໂຕນິກ ຂ້າມຊາຍແດນ ພວມມີການພັດທະນາຢ່າງແຮງໃນທົ່ວໂລກ (ພາບ: TTXVN)
TAG
VOV/VOVworld/ການຄ້າ/ເອເລັກໂຕນິກ/ຫວຽດນາມ
Related
More








