ສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ
12/12/2023 08:58
(VOVWORLD) - ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຄົບຮອບ 15 ປີ (2008 – 2023) ແລະ ພາຍຫຼັງການຢ້ຽມຢາມ ຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ກວ່າ 1 ປີ (10/2022). ການຢ້ຽມຢາມໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ວັນທີ 12 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ. ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຄົບຮອບ 15 ປີ (2008 – 2023) ແລະ ພາຍຫຼັງການຢ້ຽມຢາມ ຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ກວ່າ 1 ປີ (10/2022). ການຢ້ຽມຢາມໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
TAG
VOV/VOVworld/ຈີນ/ເລຂາທິການໃຫຍ່/ປະທານປະເທດ ຈີນ/ສີຈີ້ນຜິງ/ຢ້ຽມຢາມທາງລັດຖະກິດ
Related








