VOV WorldVOV World
ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າຮ່ວມໃນບັນດາ ອົງການສຳນັກງານຕົວແທນປະຊາຊົນ
02/05/2016 05:33
ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງ​ຂອງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ໃນ​ບັນ​ດາອ​າ​ຍຸ​ການມໍ່ໆ​ມານີ້, ອັດ​ຕາ​ຜູ້​ແທນທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບັນ​ດາ​ອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນ​ຢູ່​ຫວຽ​ດ​ນາມ​ນັ​ບມື້​ນັບ​ສູງ​ຂຶ້ນ
ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າຮ່ວມໃນບັນດາ ອົງການສຳນັກງານຕົວແທນປະຊາຊົນ
ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງ​ຂອງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ໃນ​ບັນ​ດາອ​າ​ຍຸ​ການມໍ່ໆ​ມານີ້, ອັດ​ຕາ​ຜູ້​ແທນທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບັນ​ດາ​ອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນ​ຢູ່​ຫວຽ​ດ​ນາມ​ນັ​ບມື້​ນັບ​ສູງ​ຂຶ້ນ. ໃນ​ການ​ເລືອກ​ຕັ້ງ​ທີ່​ຈະ​ມາ​ເຖິງນີ້, ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ໃນ​ບັນ​ດາ​ ອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນຫຼາຍກວ່າ​ເກົ່າ.   ທ່ານ​ນາງ​ຕ່ອງ​ທິ​ຟ້ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດມອບ​ຂອງ​ຂວັນ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ເຜົ່າ​ສ່ວນ​ໜ໊ອຍ​ໃນ​ແຂວງ​ຟູ້​ເຖາະ                                        (baophutho)        ໃນ 4 ອາ​ຍຸ​ການຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ໃນມໍ່ໆ​ມານີ້, ອັດ​ຕາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍກວມ​ແຕ່ 15,6% ຫາ ກວ່າ 17 % ຈຳ​ນວນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທັງ​ໝົດ.​ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໃກ້​ຈະ​ມາ​ເຖິງນີ້, ຕ​າມ​ບັນ​ຊີ​ລາຍ​ຊື່​ໂດຍ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປະ​ກາດນັ້ນ, ​ຈຳນວນ​ຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​​ກວມ 23,45%. ​ຜູ້​ແທນແມ່ນຊາວ​ເຜົ່າ​ສ່ວນ​ໜ້ອຍທີ່​ເຂົ້າ​ຮ່ວມສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ​ອາ​ຍຸ​ການ 2011-2016 ໄດ້​ກວມ​ເອົາ 18%; ຂັ້ນ​ເມືອງ ແລະ ຂັ້ນ​ຕາ​ແສງກວມກວ່າ 20%.
TAG
vovworld/ຊົນ​ເຜົ່າ

More