ສ້າງກຳລັງຫນູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມກັບບັນດາຄູ່ຮ່ວມມືໃນພາກພື້ນ
26/08/2016 08:36
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ບຣູໄນ ດາຣູຊາລາມແຕ່ວັນທີ 26-28/8 ແລະ ສິງກະໂປແຕ່ວັນທີ 28-30/8

ການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ບຣູໄນ ດາຣູຊາລາມແຕ່ວັນທີ 26-28/8 ແລະ ສິງກະໂປແຕ່ວັນທີ 28-30/8 ຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ບໍ່ພຽງແຕ່ເປັນການຮັດແໜ້ນການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ 2 ປະເທດບ້ານໃກ້ເຮືອນຄຽງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງປະກອບສ່ວນພັດທະນາ ແລະ ເຮັດໃຫ້ ການພົວພັນລະຫວ່າງຫວຽດນາມ ແລະ 2 ຄູ່ຮ່ວມມືນີ້ຍິ່ງເລິກເຊິ່ງຂຶ້ນຕື່ມ, ພ້ອມທັງເປີດກ້ວາງການຮ່ວມມືໃນທຸກໆຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ທັງ ບຣູໄນ ແລະ ສິງກະໂປ ກໍລ້ວນແຕ່ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດ. ເຖິງວ່າຂອບຂະໜາດຂອງ 2 ພື້ນຖານເສດຖະກິດບຣູໄນ ແລະ ສິງກະໂປມີຄວາມແຕກຕ່າງກັນກໍຕາມ, ແຕ່ກໍລ້ວນແຕ່ມີຄວາມສາມາດບົ່ມຊ້ອນແກ່ການຮ່ວມມືຍາວນານກັບຫວຽດນາມ, ບໍ່ພຽງແຕ່ໃນຂອບເຂດ 2 ຝ່າຍເທົ່ານັ້ນ, ຫາກຍັງໃນກົນໄກຮ່ວມມືລະດັບພາກພື້ນ ແລະ ສາກົນອີກດ້ວຍ.
TAG
vovworld/ການຢ້ຽມຢາມ/ຕ່າງປະເທດ
Related
More








