VOV WorldVOV World
ສ້າງພະລັງແຮງໃໝ່ເພື່ອສຳເລັດຈຸດໝາຍ ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ
13/01/2015 10:57
ຕອນ​ບ່າຍ​ວັນ​ທີ 12/1, ຢູ່​ຮ່າ​ໂນ້ຍ, ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຊຸດ​ທີ່ 11 ໄດ້​ອັດ​ລົງແລ້ວ, ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 8 ວັນ
ສ້າງພະລັງແຮງໃໝ່ເພື່ອສຳເລັດຈຸດໝາຍ ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ
  ດັ່ງ​ທີ່​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ຕອນ​ບ່າຍ​ວັນ​ທີ 12/1, ຢູ່​ຮ່າ​ໂນ້ຍ, ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຊຸດ​ທີ່ 11 ໄດ້​ອັດ​ລົງແລ້ວ, ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 8 ວັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ ຊຶ່ງ​ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ບັນ​ຫາ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ອັດກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຊຸດ​ທີ່ 11     ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ​ວ່າ ບັນ​ດາ​ກຳ​ມະ​ການ​ສູນ​ກາງ​ພັກ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ສະ​ແດງ​ໃຫ່​ເຫັນ​ຈິດ​ໃຈ​ຮັບ​ຜິດ​ຊອບ​ຊອບ​ສູງ, ປຶກ​ສາ​ຫາ​ລື​ຢ່າງ​ປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ, ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ວຍ​ການ​ສຸມ​ສະ​ຕິ​ປັນ​ຍາ​ເຂົ້າ​ໃນ​ບັນ​ດາ​ບົດ​ລາຍ​ງານ, ແຜນ​ຮ່າງ ແລະ ເຮັດ​ສຳ​ເລັດຫຼາ​ຍ​ວຽກ​ງານ​ອື່ນ​ທີ່​ສຳ​ຄັນ. ກົມ​ການ​ເມືອງ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ສ່ວນ ແລະ ອະ​ພິ​ປາຍບັນ​ດາ​ບັນ​ຫາ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ; ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ເຫັນ​ດີ​ຢ່າງ​ສູງ​ຮັບ​ຮອງ​ເອົາ​ມະ​ຕິ​ຂອງ​ກອງ​ປະ​ຊຸມ.
TAG
vov/vovworld/ພັກ​ກອ​ມມູ​ນິດ ຫວຽດ​ນາມ

More