ສະພາບການຢູ່ ນີເຊ ສັບສົນຂຶ້ນຕື່ມ
01/08/2023 09:07
(VOVWORLD) - ສະພາບການເມືອງຢູ່ ນີເຊ ພວມດຶງດູດຄວາມສົນໃຈຈາກຫາງສຽງສາກົນ ພາຍຫຼັງທ່ານປະທານາທິບໍດີ Mohamed Bazoum ຖືກກອງທັບປົດຕຳແໜ່ງ ແລະ ອຳນາດການປົກຄອງການທະຫານ, ໂດຍຝ່າຍລັດຖະປະຫານສ້າງຂຶ້ນ ແລ້ວຈັບຕົວຫຼາຍສະມາຊິກຂອງລັດຖະບານຖືກຕ້ອງຕາມລັດຖະທໍາມະນູນ. ການກະທຳນີ້ ເປັນຂີດໝາຍຄວາມເຄັ່ງຕຶງຂອງວິກິດການດ້ານການເມືອງຫຼ້າສຸດຢູ່ ນີເຊ ເພີ່ມຂຶ້ນ. ພ້ອມດຽວກັນນັ້ນ, ອາດຈະກໍ່ຄວາມສັບສົນແກ່ບັນດາຄວາມມານະພະຍາຍາມຂອງຝ່າຍຕາເວັນຕົກໃນການຊ່ວຍບັນດາປະເທດເຂດ Sahel ຕ້ານຄືນການປຸກລຸກຂອງຂະບວນການ Jihad.

ນີເຊ ຕັ້ງຢູ່ເຂດອາຟະລິກາຕາເວັນຕົກ. ປະເທດນີ້ ໄດ້ຜ່ານຜ່ານການລັດຖະປະຫານ 4 ຄັ້ງ ນັບແຕ່ເມື່ອຍາດໄດ້ເອກະລາດເມື່ອປີ 1960, ໃນນັ້ນ, ການລັດຖະປະຫານຄັ້ງຫຼ້າສຸດເກີດຂຶ້ນເມື່ອເດືອນ ກຸມພາ 2010.
TAG
VOV/VOVworld/ລັດຖະປະຫານ/ນີເຊ/ປົດຕຳແໜ່ງ
Related
More








