ສັບປະດາສຸດຍອດ APEC ຄັ້ງທີ 31
12/11/2024 08:05
(VOVWORLD) - ຈຸດສຸມແມ່ນແຕ່ວັນທີ 14 – 16 ພະຈິກ ເມື່ອດຳເນີນບັນດາວາລະປະຊຸມສຸດຍອດ ດ້ວຍການເຂົ້າຮ່ວມຂອງປະມຸກລັດຂອງຫຼາຍພື້ນຖານເສດຖະກິດສະມາຊິກ APEC.

ໂດຍຈັດຂຶ້ນແຕ່ວັນທີ 11 – 16 ພະຈິກ, ຢູ່ນະຄອນຫຼວງ ລີມາ, ປະເທດ ເປຣູ, ສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 31 ໄດ້ຮັບຄວາມຫວັງວ່າ ຈະຮັກສາກຳລັງໜູນການໂອ້ລົມສົນທະນາສຳຄັນລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ, ຜ່ານນັ້ນ, ກໍ່ຊຸກຍູ້ການເຕີບໂຕໃນສະພາບການການຄ້າໂລກປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ດ້ວຍຫົວຂໍ້ “ມອບສິດ, ກວມລວມ, ເຕີບໂຕ”, ສັບປະດາສຸດຍອດ APEC 2024 ລວມມີຫຼາຍການເຄື່ອນໄຫວ, ໃນນັ້ນ, ຈຸດສຸມແມ່ນແຕ່ວັນທີ 14 – 16 ພະຈິກ ເມື່ອດຳເນີນບັນດາວາລະປະຊຸມສຸດຍອດ ດ້ວຍການເຂົ້າຮ່ວມຂອງປະມຸກລັດຂອງຫຼາຍພື້ນຖານເສດຖະກິດສະມາຊິກ APEC.
TAG
VOV/VOVworld/ການຄ້າ/ທົ່ວໂລກ/ຄູ່ຮ່ວມມື/ເສດຖະກິດ
Related
More








