ສິດເສລີໃນການເຫລື້ອມໃສເຊືື່ອຖືສາສະຫນາຢູ່ ຫວຽດນາມຈາກບັນບຸນເຂົ້າປະດັບດິນ
15/08/2024 09:46
(VOVWORLD) - ວັນບຸນເຂົ້າປະດັບດິນ (ວັນເພງເດືອນ 7 ໄລ່ຕາມຈັນທະປະຕິທິນທຸກປີ) ແມ່ນຫນຶ່ງໃນບັນດາວັນບຸນຕົ້ນຕໍຂອງພຸດທະສາສະຫນາ. ບໍ່ພຽງແຕ່ເພື່ອສະແດງຄວາມຮູ້ບຸນຄຸນ ແລະອາໄລຫາຄຸນງາມຄວາມດີຜູ້ໃຫ້ກຳເນີດ ແລະລ້ຽງດູສັ່ງສອນຕົນເອງ, ວັນບຸນເຂົ້າປະດັບດິນ ຍັງສະແດງໃຫ້ເຫັນສິດເສລີໃນການເຄື່ອນໄຫວເຫລື້ອມໃສເຊື່ອຖືສາສະຫນາຢູ່ ຫວຽດນາມ.

ການເຄື່ອນໄຫວຫລາຍຢ່າງໃນໂອກາດວັນບຸນເຂົ້າປະດັບດິນ. (ພາບ:Minh Nhân/ giacngo.vn ) ການເຫລື້ອມໃສເຊື່ອຖືສາສະຫນາ ແມ່ນຄວາມຕ້ອງການດ້ານຈິດໃຈຂອງປະຊາຊົນພາກສ່ວນຫນຶ່ງ, ພວມ ແລະ ຈະຄົງຕົວພ້ອມກັບປະຊາຊົນເຊື່ອຖືບັນດາສາສະຫນາ, ປະກອບສ່ວນສຳຄັນເຂົ້າໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ວັນບຸນເຂົ້າປະດັບດິນ ແມ່ນຫນຶ່ງໃນຈຳນວນ 8.000 ກວ່າ ວັນບຸນກ່ຽວກັບການເຊື່ອຖືເຫລື້ອມໃສ, ສາສະຫນາ.
TAG
VOV/VOVworld/ພຸດທະສາສະຫນາ/ສິດເສລີໃນການເຊື່ອຖື/ສາສະຫນາ
Related
More








