ຊີຣີ ກັບຄວາມສ່ຽງເກີດສົງຄາມກາງເມືອງຄືນໃຫມ່
21/04/2016 07:40
(vovworld)-ເລື່ອງຝ່າຍຄ້ານຢູ່ ຊີຣີ ຫວ່າງແລ້ວນີ້ໄດ້ຖອນອອກຈາກບັນດາການເຈລະຈາໂດຍສັນຕິຢ່າງເປັນທາງການຢູ່ ເຊີແນວ

(vovworld)-ເລື່ອງຝ່າຍຄ້ານຢູ່ ຊີຣີ ຫວ່າງແລ້ວນີ້ໄດ້ຖອນອອກຈາກບັນດາການເຈລະຈາໂດຍສັນຕິຢ່າງເປັນທາງການຢູ່ ເຊີແນວ ປະເທດສະວິດ ດ້ວຍສາຍເຫດຄັດຄ້ານສະພາບຂາດຄວາມສະຫງົບປອດໄພ ແລະ ມະນຸດສະທຳໃນພື້ນທີ່ຕົວຈິງ. ການກະທຳຫວ່າງແລ້ວນີ້ໄດ້ເຮັດໃຫ້ວິວັດການຊອກຫາສັນຕິພາບໃຫ້ແກ່ ຊີຣີ ພາຍຫລັງ ເກີດສົງຄາມກາງເມືອງທີ່ແກ່ຍາວມາເປັນເວລາ ເກືອບ 6 ປີ ຕົກເຂົ້າສູ່ສະພາບຈົນຕາແຈຢ່າງສິ້ນເຊິງ ແລະ ມີຄວາມສ່ຽງເກີດສົງຄາມກາງເມືອງຄັ້ງໃຫມ່. ຫົວຫນ້າຄະນະເຈລະຈາຂອງລັດຖະບານຊີຣີ Bashar al-Jaafari ທີ່ການປະຊຸມຂ່າວຢູ່ເຊີແນວເມື່ອວັນທີ 20/4 ພາບ: THX/TTXVN ໃນຖະແຫລງການອອກວັນທີ 18/4, ຜູ້ຕາງຫນ້າຝ່າຍຄ້ານ Riad Hijab ຖືວ່າ: ບໍ່ອາດສືບຕໍ່ການເຈລະຈາຢູ່ ເຊີແນວ ເມື່ອສະພາບການໃຊ້ຄວາມຮຸນແຮງຍັງສືບຕໍ່ເກີດຂຶ້ນ ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງທີ່ຫາກໍບັນລຸໄດ້. ເພາະສະນັ້ນ ຝ່າຍຄ້ານ ໄດ້ຕັດສິນຖອນອອກຈາກການເຈລະຈາຢ່າງເປັນທາງການ ພ້ອມທັງຖະແຫລງ ຈະດຳເນີນການບຸກໂຈມຕີຕ້ານຄືນທະຫານລັດຖະບານຢູ່ ເທດສະບານ Latakia ບົນແຄມທະເລເມດີຕາລາເນ. ດ້ວຍຄຳຖະແຫລງນີ້, ຝ່າຍຄ້ານສາມາດກັບຄືນສູ່ໂຕະເຈລະຈາປະຈຸບັນໄດ້, ໃນຂະນະນັ້ນ ການຜັນແປຢູ່ສະຫນາມຮົບພວມນັບມື້ນັບຊົ່ວຮ້າຍ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນວ່າ ສົງຄາມກາງເມືອງຄັ້ງໃຫມ່ອາດຈະເກີດຂຶ້ນຢູ່ຊີຣີ.
TAG
vovworld/ການຫນູນຫລັງ/ການເຈລະຈາ
Related
More








