ສິ່ງທ້າທາຍໃຫຍ່ລໍຖ້າບັນດາການນຳໃໝ່ ເອີຣົບ
04/12/2024 10:19
(VOVWORLD) - ຄະນະການນຳໃໝ່ຂອງ ສະຫະພາບເອີຣົບ (EU), ວັນທີ 01 ທັນວາ, ໄດ້ເລີ່ມຕົ້ນອາຍຸການໃໝ່ຢ່າງເປັນທາງການ. ຕາມວົງການນັກສັງເກດ, ໃນ 5 ປີຈະມາເຖິງບັນດາການນຳໃໝ່ຂອງກຸ່ມ ຈະຕ້ອງແກ້ໄຂບັນດາສິ່ງທ້າທາຍທີ່ໄດ້ຮັບຖືວ່າແມ່ນໃຫຍ່ຫຼວງທີ່ສຸດ ເຊິ່ງ EU ຕ້ອງປະເຊີນໜ້ານັບແຕ່ເມື່ອກຸ່ມນີ້ໄດ້ຮັບການສ້າງຕັ້ງຂຶ້ນ, ບໍ່ວ່າໃນຂົງເຂດຄວາມໝັ້ນຄົງ, ພູມີສາດການເມືອງ ຕະຫຼອດຮອດເສດຖະກິດ.

ວັນທີ 27 ພະຈິກ, ລັດຖະສະພາເອີຣົບ ໄດ້ປ່ອນບັດຮັບຮອງເອົາການສະເໜີບັນດາຕຳແໜ່ງການນຳສຳຄັນທີ່ສຸດຂອງ EU, ລວມມີ: ປະທານຄະນະກຳມະການເອີຣົບ, ທ່ານນາງ Ursula von der Leyen; ປະທານສະພາເອີຣົບ, ທ່ານ Antonio Costa ແລະ ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU, ທ່ານນາງ Kaja Kallas. ບັນດາການນຳໃໝ່ຂອງ EU ເລີ່ມຕົ້ນອາຍຸການໃໝ່ແຕ່ວັນທີ 01 ທັນວາ.
TAG
VOV/VOVworld/ສິ່ງທ້າທາຍ/ເອີຣົບ/ການນຳ/ຢູແກຼນ
Related
More








