ສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ - EU: ແງ່ຫວັງການຮ່ວມມືໃໝ່
05/08/2015 11:26
ວັນທີ 4/8, ຫວຽດນາມ ແລະ ສະຫະພາບເອີລົບ EU ໄດ້ປະກາດຢ່າງເປັນທາງການກ່ຽວກັບການສິ້ນສຸດການເຈລະຈາເນື້ອໃນພື້ນຖານທັງໝົດຂອງສັນຍາ

ພາຍຫຼັງດຳເນີນມາເປັນເວລາ 3 ປີ, ດ້ວຍການເຈລະຈາຢ່າງເປັນທາງການ 14 ຄັ້ງ ແລະ ການເຈລະຈາກາງສະໄໝຫຼາຍຄັ້ງ, ວັນທີ 4/8, ຫວຽດນາມ ແລະ ສະຫະພາບເອີລົບ EU ໄດ້ປະກາດຢ່າງເປັນທາງການກ່ຽວກັບການສິ້ນສຸດການເຈລະຈາເນື້ອໃນພື້ນຖານທັງໝົດຂອງສັນຍາ. ສິ່ງດັ່ງກ່າວ ໄດ້ເປີດບັນດາແງ່ຫວັງແຫ່ງການຮ່ວມມື, ພັດທະນາໃໝ່ທີ່ມີຕໍ່ຫວຽດນາມ ແລະ EU. ການປະຊຸມຂ່າວສິ້ນສຸດໂດຍພື້ນຖານການເຈລະຈາສັນຍາການຄ້າເສລີ ລະຫວ່າງຫວຽດນາມ - EU ວັນທີ 26/6/2012, ຮອບເຈລະຈາ ສັນຍາການຄ້າເສລີລະຫວ່າງຫວຽດນາມ - EU (EVFTA) ໄດ້ເລີ່ມດຳເນີນຢ່າງເປັນທາງການ. ດ້ວຍຈິດໃຈເຈລະຈາຢ່າງຕັ້ງໜ້າ ແລະ ມີໄຫວພິບຂອງທັງຫວຽດນາມ ແລະ EU, ບັນດາຮອບເຈລະຈາໄດ້ມີຄວາມຄືບໜ້າດີ. ພາຍຫຼັງ ການເຈລະຈາຄັ້ງທີ 14 ຊຶ່ງດຳເນີນໃນວັນທີ 13 ແລະ 14/7/2015, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ-ການຄ້າຫວຽດນາມ ວູ້ຮີຮ່ວາງ ແລະ ຂະຫຼວງໃຫຍ່ການຄ້າ EU ທ່ານນາງ Cecilia Malmstrom ໄດ້ເປັນເອກະພາບກັນສິ້ນສຸດໂດຍພື້ນຖານການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ - EU. FTA ແມ່ນໜຶ່ງໃນບັນດາສັນຍາທີ່ມີຄຸນນະພາບສູງສຸດຂອງຫວຽດນາມ ແລະ EU, ຊຶ່ງຄາດວ່າຈະນຳມາຊຶ່ງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ 2 ຝ່າຍ.
TAG
vovworld/ສັນຍາການຄ້າ/ຮ່ວມມື
Related
More








