VOV WorldVOV World
ຊັກ​ຖາມ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ
07/06/2022 07:38
(VOVWORLD) -ໃນຕອນບ່າຍວັນທີ 07 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລີ່ມວາລະຊັກຖາມເຊິ່ງຈະແກ່ຍາວໃນ 2 ມື້ເຄິ່ງ. ນີ້ແມ່ນການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ຫວຽດນາມ, ແມ່ນເນື້ອໃນດຶງດູດຄວາມສົນໃຈຫຼາຍທີ່ສຸດຈາກຫາງສຽງໃນທຸກໆວາລະປະຊຸມຂອງສະພາແຫ່ງຊາດ. ຜ່ານການຊັກຖາມ ແລະ ຕອບຄຳຊັກຖາມ, ລັດຖະບານ, ບັນດາກະຊວງ, ຂະແໜງການໄດ້ເຮັດແຈ້ງຫຼາຍບັນຫາ ເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ຊອກຫາວິທີ, ມາດຕະການທີ່ມີປະສິດທິຜົນທີ່ສຸດ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນປັດຈຸບັນ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາຂອງປະເທດຊາດ.
ຊັກ​ຖາມ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ
ຜ່ານການລວບລວມຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ໝວດບັນຫາທີ່ໄດ້ເລືອກນຳເອົາມາຊັກຖາມໃນກອງປະຊຸມຄັ້ງນີ້ລວມມີ: ບັນຫາການເງິນ, ທະນາຄານ; ການຂົນສົ່ງຄົມມະນາຄົມ; ກະສິກຳ ແລະ ພັດທະນາຊົນນະບົດ. ມ້ວນທ້າຍວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນ, ອະພິປາຍບັນດາບັນຫາທີ່ຢູ່ໃນສິດອຳນາດລວມຂອງ ລັດຖະບານ ແລະ ຕອບຄຳຊັກຖາມໂດຍກົງຈາກສະມາຊິກສະພາແຫ່ງຊາດ.
TAG
VOV/VOVworld/ຊັກ​ຖາມ/ມາດ​ຕະ​ການ​/ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ

More