ສັນຍາລັກທີ່ມີຊີວິດຊີວາຂອງການພົວພັນແບບພິເສດ ຫວຽດນາມ - ລາວ
10/09/2024 08:49
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພວມດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 10 – 13 ກັນຍາ. ການຢ້ຽມຢາມສືບຕໍ່ເປັນສັນຍາລັກທີ່ມີຊີວິດຊີວາ, ສະແດງໃຫ້ເຫັນນ້ຳໃຈອັນດີງາມ, ເລິກເຊິ່ງ, ໜຽວແໜ້ນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມຜູກພັນຮັກໄຄ່, ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ.

ການຢ້ຽມຢາມແມ່ນໜຶ່ງໃນບັນດາຂີດໝາຍສຳຄັນໃນປະຫວັດສາດການພົວພັນສອງປະເທດ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນແຕ່ລະປະເທດ.
TAG
VOV/VOVworld/ທ່ານເລຂາທິການໃຫຍ່/ປະທານປະເທດ/ທອງລຸນ ສີສຸລິດ/ຢ້ຽມຢາມທາງລັດຖະກິດ
Related
More








