ຊຸກຍູ້ ແລະ ຍົກສູງປະສິດທິຜົນ, ຄຸນນະພາບການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ
11/10/2024 08:57
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12 – 14 ຕຸລາ. ການຢ້ຽມຢາມ ໄດ້ດຳເນີນພາຍຫຼັງການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນເດືອນສິງຫາທີ່ຜ່ານມາປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ຊຸກຍູ້, ເປີດກວ້າງ ແລະ ຍົກສູງປະສິດທິຜົນ, ຄຸນນະພາບບັນດາຂົງເຂດຮ່ວມມື, ນຳການຮ່ວມມືອັນແທ້ຈິງລະຫວ່າງ ຫວຽດນາມ ແລະ ຈີນ ເຂົ້າສູ່ລວງເລິກ ແລະ ບັນລຸໝາກຜົນອັນແທດຈິງຫຼາຍຢ່າງ.

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຈີນ ພາຍຫຼັງຮອບເວລາ 11 ປີ ແລະ ກໍແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ ຫຼີຊຽນ ໃນຖານະເປັນນາຍົກລັດຖະມົນຕີ, ເຊິ່ງເປັນການສະແດງໃຫ້ເຫັນເຖິງພັກ ແລະ ລັດ ຈີນ ແລະ ສ່ວນຕົວທ່ານ ຫຼີຊຽນ ໄດ້ຖືການພົວພັນ ຫວຽດນາມ - ຈີນ ເປັນສຳຄັນ.
TAG
VOV/VOVworld/ຫວຽດນາມ/ຈີນ/ນາຍົກລັດຖະມົນຕີ/ຫຼີຊຽນ
Related
More








