VOV WorldVOV World
ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ສອງ​ຝ່າຍ ຫວຽດ​ນາມ - ຕີ​ມໍ​ແລັດສະ​​ແຕ
31/07/2024 08:58
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ, ທ່ານ Jose Ramos-Horta ປະທານາທິບໍດີ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະແຕ ຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 3 ສິງຫາ. ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.
ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ສອງ​ຝ່າຍ ຫວຽດ​ນາມ - ຕີ​ມໍ​ແລັດສະ​​ແຕ
ທ່ານ Jose Ramos-Horta ປະທານາທິບໍດີ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະແຕ (ພາບ: Reuters) ນີ້ແມ່ນການຢ້ຽມຢາມ ຫວຽດນາມຄັ້ງທີສອງ ຂອງທ່ານ ປະທານາທິບໍດີ Jose Ramos-Horta ນັບແຕ່ປີ 2010. ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງນີ້ຂອງທ່ານ ປະທານາທິບໍດີ Jose Ramos-Horta ໄດ້ດຳເນີນບົນພື້ນຖານການພົວພັນ ຫວຽດນາມ - ຕີມໍແລັດສະແຕ ຮັກສາທ່າພັດທະນາຢ່າງຕັ້ງໜ້ານັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ (28 ກໍລະກົດ 2002).
TAG
VOV/VOVworld/ການ​ພົວ​ພັນ/ຫວຽດ​ນາມ/ຕີ​ມໍ​ແລັດ​ສະ​ແຕ

More