VOV WorldVOV World
ຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືເສດຖະກິດພາກພື້ນ
25/04/2019 09:49
(VOVWORLD) -ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງເຖິງ ປັກກີ່ງ ເຂົ້າຮ່ວມເວທີປາໄສການຮ່ວມມື “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. ການຢ້ຽມຢາມ ເປັນການສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງຫນ້າ, ເຊື່ອມໂຍງເຂົ້າກັບສາກົນຂອງພັກ, ລັດຫວຽດນາມ ສະແດງໃຫ້ເຫັນວ່າ ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືດ້ານເສດຖະກິດພາກພື້ນ, ໃນນັ້ນ ມີຂໍ້ລິເລີ່ມ “ຫນຶ່ງແລວທາງ, ຫນຶ່ງເສັ້ນທາງ”, ດ້ວຍຫລັກການຮ່ວມມືສັນຕິພາບ, ສະເຫມີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ, ສອດຄອ່ງກັບກົດໝາຍສາກົນ ແລະກົດບັດ ສປຊ.
ຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືເສດຖະກິດພາກພື້ນ
 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສ ພາບ:vietnam+ ຂໍ້ລິເລີ່ມ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” (BRI) ໂດຍປະທານປະເທດຈີນ ສີຈິ້ນຜິງ ຍົກອອກເປັນຄັ້ງທຳອິດໃນການຢ້ຽມຢາມ ອາຊີ ກາງ(ເດືອນກັນຍາປີ 2013). 5 ຂົງເຂດຮ່ວມມືຕົ້ນຕໍໂດຍ ຈີນສະເຫນີໃນຂອບເຂດຂໍ້ລິເລີ່ມນີ້ ລວມມີ: ເຊື່ອມຕໍ່ນະໂຍບາຍ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ເຊື່ອມຕໍ່ການຄ້າ ແລະ ການລົງທຶນ, ເຊື່ອມຕໍ່ການເງິນ - ເງິນຕາ, ເຊື່ອມຕໍ່ມະນຸດ. ມາຮອດປະຈຸບັນ ມີ 150 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ລົງນາມໃນບັນດາຂໍ້ຕົກລົງຮ່ວມມືກ່ຽວຂ້ອງເຖິງ ຂໍ້ລິເລີ່ມ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ”. ເວທີປາໄສສາກົນ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” ແມ່ນເວທີປາໄສຮ່ວມມືຂັ້ນສູງສຸດຂອງ ຂໍ້ລິເລີ່ມ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ”. ເວທີປາໄສຄັ້ງທີຫນຶ່ງໄດ້ຮັບການຈັດຕັ້ງຂຶ້ນຢູ່ ປັກກີ່ງ ປະເທດຈີນ ເມື່ອເດືອນ ພຶດສະພາປີ 2017. ເວທີປາໄສຄັ້ງທີ 2 ດຳເນີນແຕ່ວັນທີ 26 – 27 ເມສາ ດ້ວຍຫົວຂໍ້ “ການຮ່ວມມື ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ: ສ້າງອະນາຄົດໃຫ້ສົດໃສກວ່າ”
TAG
VOV/VOVworld/ຫນຶ່ງແລວທາງ/ເວທີປາໄສຮ່ວມມື

More