VOV WorldVOV World
ຊຸກຍູ້ການພົວພັນຄູ່ເຈລະຈາອາຊຽນ-ສເກົາຫຼີ
10/12/2014 12:30
ໂດຍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ທ່ານນາງ​ປະ​ທາ​ນາ​​ທິ​ບໍ​ດີ ສ. ເກົາຫຼີ Park Geun – Hye, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໄປ​ຢ້​ຽມ​ຢາມ ສ.ເກົາຫຼີ​
ຊຸກຍູ້ການພົວພັນຄູ່ເຈລະຈາອາຊຽນ-ສເກົາຫຼີ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ​ຢ້​ຽມ​ຢາມ ສ.ເກົາຫຼີ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12/12 ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ ໂດຍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ທ່ານນາງ​ປະ​ທາ​ນາ​​ທິ​ບໍ​ດີ ສ. ເກົາຫຼີ Park Geun – Hye, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໄປ​ຢ້​ຽມ​ຢາມ ສ.ເກົາຫຼີ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12/12 ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ແມ່ນ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊຸກ​ຍູ້ ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ, ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສ.ເກົາຫຼີ, ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ.      ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີແມ່ນ​ມີ​ຫົວ​ເລື່ອງວ່າ “ ສ້າງ​ຄວາມ​ເຊື່ອ​ໝັ້ນ ແລະ ຜາ​ສຸກ” . ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ກຳ​ນົດ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພ້ອມ​ກັນ​ນັ້ນ ກໍ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕາ່ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກອງ​ປະ​ຊຸມຍ​ັງ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ຂັ້​ນ​ສູງ​ກ່ຽວ​ກັບ​ວິ​ໄສ​ທັດ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ-ສ​ເກົາຫຼີ.
TAG
vovF vovworld/ນາ​ຍົກ​ລັດ​ຖະ​ມົນ​ຕີ/ສ​ເກົາຫຼີ

More