ສູ້ຊົນເພື່ອສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ
29/07/2024 08:33
(VOVWORLD) - 95 ປີຜ່ານມາ, ກຳມະບານ ຫວຽດນາມ ຍາມໃດກໍ່ສູ້ຊົນເພື່ອສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ.

ກຳມະບານ ຫວຽດນາມ ຫາກໍ່ຈັດພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງ (28 ກໍລະກົດ 1929 – 28 ກໍລະກົດ 2024). 95 ປີຜ່ານມາ, ກຳມະບານ ຫວຽດນາມ ຍາມໃດກໍ່ສູ້ຊົນເພື່ອສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ. ຊົນຊັ້ນກຳມະກອນ, ອົງການຈັດຕັ້ງກຳມະບານຍາມໃດກໍ່ແມ່ນກຳລັງນຳໜ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ. ໂດຍເສີມຂະຫຍາຍມູນເຊື້ອ, ກຳມະບານທຸກຂັ້ນໄດ້ມານະພະຍາຍາມສູ້ຊົນ, ປະຕິບັດວຽກງານເປັນຕົວແທນ, ເບິ່ງແຍງດູແລ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານເປັນຢ່າງດີ, ປຸກລະດົມ ແລະ ຜັນຂະຫຍາຍບັນດາຂະບວນການແຂ່ງຂັນຮັກຊາດ, ເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງ ແລະ ຮັກສາບົດບາດແກ່ນສານໃນການສ້າງຊົນຊັ້ນກຳມະກອນ ຫວຽດນາມ.
TAG
VOV/VOVworld/ຊົນຊັ້ນ/ກຳມະກອນ/ໝັ້ນຄົງ/ເຂັ້ມແຂງ/ພັດທະນາ
Related
More








