VOV WorldVOV World
ສືບ​ຕໍ່​ຮັກ​ສາ ແລະ ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ
27/11/2024 09:02
(VOVWORLD) - ວັນທີ 28 ພະຈິກ, ພະມະຫາກະສັດ ກຳປູເຈຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມໃນລະຫວ່າງວັນທີ 28 – 29 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ສສ. ຫວຽດນາມ ເລືອງເກືອງ. ການຢ້ຽມຢາມໄດ້ດຳເນີນພາຍຫຼັງ ເວລາອັນສັ້ນໆ, ເມື່ອທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ມີການຢ້ຽມຢາມກຳປູເຈຍຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 12 ຂອງ ກອງປະຊຸມສາກົນ ບັນດາພັກການເມືອງ ອາຊີ ແລະ ກອງປະຊຸມຄົບຄະນະຄັ້ງທີ 11 ຂອງລັດຖະສະພາສາກົນ “ເພື່ອຄວາມອົບອ້ອມອາລີ ແລະ ສັນຕິພາບ”. ການຢ້ຽມຢາມສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການຖືເປັນສຳຄັນຂອງພະມະຫາກະສັດ ໃຫ້ແກ່ຫວຽດນາມ.
ສືບ​ຕໍ່​ຮັກ​ສາ ແລະ ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ
ພາບປະກອບ:  chinhphu.vn
TAG
VOV/VOVworld/ຫວຽດ​ນາມ/ກຳ​ປູ​ເຈຍ

More