ສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງກວາງຂວາງ ຫວຽດນາມ-ຍີ່ປຸ່ນ
29/04/2022 10:20
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 30 ເມສາຫາວັນທີ 1 ພຶດສະພາປີ 2022. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Kishida Fumio ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ (ເມື່ອເດືອນຕຸລາປີ 2021). ຊື່ງເປັນຂີດໝາຍສຳຄັນໃໝ່ ໃນວິວັດການປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio (ພາບ: REUTERS ) ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ດຳເນີນໄປໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ ພວມສືບຕໍ່ພັດທະນາຢ່າງດີງາມ, ບັນລຸປະສິດທິຜົນໃນຫຼາຍຂົງເຂດ, ຊື່ງເປັນໝາກຜົນຂອງວິວັດການສ້າງ ແລະ ພັດທະນາການພົວພັນອັນດີງາມລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໃນເກືອບ 50 ປີທີ່ຜ່ານມາ.
TAG
VOV/VOVworld/ການພົວພັນຄູ່ຮ່ວມມືຍຸດທະສາດ/ເລິກເຊິ່ງກວາງຂວາງ/ຫວຽດນາມ-ຍີ່ປຸ່ນ/ນາຍົກລັດຖະມົນຕີ Kishida Fumio/ນາຍົກລັດຖະມົນຕີ ຟ້າມມິນຈິງ
Related
More








