VOV WorldVOV World
ສື່ມວນຊົນຕ່າງປະເທດກັບໄຊຊະນະວັນທີ 30/4/1975
30/04/2016 11:11
ເຖິງວ່າ​ສົງ​ຄາມ​ຫວຽດ​ນາມ​ໄດ້​ຜ່ານ​ພົ້ນ​ໄປ​ເປັນ​ເວ​ລາກວ່າ 4 ທົດ​ສະ​ວັດ​ກໍ​ຕາມ, ແຕ່ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍັງ​ເຕື້ອງ​ເຖິງ​​ການ​ສູ້​ຮົບ​ທີ່​ດຸ​ເດືອດນີ້ດ້ວຍ​ຄວາມ​ນິ​ຍົມ​ນັບ​ຖື
ສື່ມວນຊົນຕ່າງປະເທດກັບໄຊຊະນະວັນທີ 30/4/1975
ເຖິງວ່າ​ສົງ​ຄາມ​ຫວຽດ​ນາມ​ໄດ້​ຜ່ານ​ພົ້ນ​ໄປ​ເປັນ​ເວ​ລາກວ່າ 4 ທົດ​ສະ​ວັດ​ກໍ​ຕາມ, ແຕ່ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍັງ​ເຕື້ອງ​ເຖິງ​​ການ​ສູ້​ຮົບ​ທີ່​ດຸ​ເດືອດນີ້ດ້ວຍ​ຄວາມ​ນິ​ຍົມ​ນັບ​ຖື. ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975 ຂອງ​ຫວຽດ​ນາມ ດ້ວຍ​ການ​ສັງ​ເກດ​ຂອງ​ສື່ມວນ​ຊົນ​ສາ​ກົນນັ້ນ ກໍ​ແມ່ນ​ເຫດ​ການ​ທີ່​ພົ້ນ​ເດັ່ນ​ທີ​ສຸດ​ຢູ່​ອາ​ຊີ​ໃນ​ທົດ​ສະ​ວັດ​ທີ 70 ຂອງ​ສະ​ຕະ​ວັດ​ກ່ອນ, ອັນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ພາກ​ພື້ນ ແລະ ໂລກ.   ລົດ​ຖັງ​ຂອງກອງ​ທັບ​ປົດ​ປ່ອຍ​ບຸກ​ເຂົ້າ​ທຳ​ນຽບ​ເອ​ກະ​ລາດ      ຍາກ​ທີ່​ຈະ​ມີ​ຕົວ​ເລກ​ສະ​ຖີ​ຕິ​ກ່ຽວ​ກັບ​ຈຳ​ນວນ​ບົດ​ໜັງ​ສື​ພິມ, ສາ​ລະ​ຄະ​ດີ, ຮູບ​ຖ່າຍ​ທີ່​ໄດ້​ລົງ​ພິມ ແລະ ແນ​ະ​ນຳ​ຜ່ານ​ບັນ​ດາ​ພາ​ຫະ​ນະສື່ມວນ​ຊົນ​ຕ່າງ​ປະ​ເທດ​ໃນ​ມື້​ມະ​ຫາ​ໄຊ 30/4/1975 ແລະ ຊຸມ​ວັນ​ເດືອນ​ປີ​ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ. ທັງ​ໝົດ​ກໍ​ລ້ວນ​ແຕ່​ມີ​ຂໍ້​ສັງ​ເກດ​ລວມ​ວ່າ ເຫດ​ການ​ວັນ​ທີ 30/4/1975 ໄດ້​ກໍ່​ໃຫ້​ເກີດ​ສຽງ​ດັ່ງ​ກ້ອງ​ກັງ​ວານ​ບົນ​ເວ​ທີສາ​ກົນ​ກ່ຽວ​ກັບ​ຊາດ​ໜຶ່ງ​ທີ່ບໍ່​ຍອມ​ຈຳ​ນົນ​ຕໍ່​ໜ້າ​ສັດ​ຕູ​ຜູ້​ຮຸກ​ຮານ, ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງບໍ່​ພຽງ​ແຕ່​ສຳ​ລັບ​ຊາດ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ.
TAG
vovworld/ໄຊ​ຊະ​ນະ

More