ທາງທິດເໜືອເຂດ ກາຊາ ພວມຢືນຢູ່ຕໍ່່ໜ້າໄພພິບັດດ້ານມະນຸດສະທຳ
29/10/2024 07:36
(VOVWORLD) - ເກືອບທັງໝົດລະບົບສາທາລະນະສຸກ ພ້ອມກັບບ່ອນລີ້ໄພຢູ່ທາງພາກເໜືອເຂດ ກາຊາ ຖືກທຳລາຍ, ພາໄປເຖິງຄວາມສ່ຽງທີ່ວ່າ ເຂດນີ້ຈະບໍ່ມີສາມັນຊົນ ປາແລັດສະຕິນ ອີກ.

ໃນທ້າຍອາທິດຜ່ານມາ, ບັນດາອົງການມະນຸດສະທຳ ແລະ ສາທາລະນະສຸກຂອງສະຫະປະຊາຊາດໄດ້ກ່າວເຕືອນວ່າ, ທາງທິດເໜືອເຂດ ກາຊາ ພວມຢືນຢູ່ຕໍ່ໜ້າໄພພິບັດດ້ານມະນຸດສະທຳຢ່າງຮ້າຍແຮງ, ເມື່ອຈຳນວນປະຊາກອນທັງໝົດຢູ່ເຂດນີ້ຕ້ອງປະເຊີນໜ້າກັບຄວາມສ່ຽງເສຍຊີວິດ ຍ້ອນການບຸກໂຈມຕີຢ່າງດຸເດືອດຂອງກອງທັບ ອິດສະຣາແອັນ ແລະ ຖືກປີດລ້ອມເປັນຫຼາຍມື້ໃນເງື່ອນໄຂດຳລົງຊີວິດທີ່ນັບມື້ນັບຊົ່ວຮ້າຍລົງ. ໃນບົດລາຍງານທີ່ປະກາດໃນວັນທີ 26 ຕຸລາ, ຫ້ອງການສະຫະປະຊາຊາດກ່ຽວກັບການປະສານງານບັນດາບັນຫາມະນຸດສະທຳ (OCHA) ໃຫ້ຮູ້ວ່າ, ເກືອບທັງໝົດລະບົບສາທາລະນະສຸກ ພ້ອມກັບບ່ອນລີ້ໄພຢູ່ທາງທິດເໜືອເຂດ ກາຊາ ຖືກທຳລາຍ, ພາໄປເຖິງຄວາມສ່ຽງທີ່ວ່າ ເຂດນີ້ຈະບໍ່ມີສາມັນຊົນ ປາແລັດສະຕິນ ອີກ.
TAG
VOV/VOVworld/ເຄັ່ງຕຶງ/ອັນຕະລາຍ/ເນື້ອໃນ/ຈິດໃຈ/ມະນຸດສະທຳ
Related
More








