VOV WorldVOV World
ທີ່ຕັ້ງບົດບາດຂອງຫວຽດນາມພາຍຫຼັງເຂົ້າເປັນ ສະມາຊິກສະຫະປະຊາຊາດເປັນເວລາ 39 ປີ
19/09/2016 10:45
ກ່ອນນີ້ 39 ປີ, ຫວຽດ​ນາມໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ເຫດ​ການ​ເປີດ​ໄລ​ຍະ​ໃໝ່​ໃຫ້​ແກ່​ນະ​ໂຍ​ບາຍ​ຫັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ​ຂອງ​ຫວຽດ​ນາມ
ທີ່ຕັ້ງບົດບາດຂອງຫວຽດນາມພາຍຫຼັງເຂົ້າເປັນ ສະມາຊິກສະຫະປະຊາຊາດເປັນເວລາ 39 ປີ
ກ່ອນນີ້ 39 ປີ(20/9/1977 – 20/9/2016), ຫວຽດ​ນາມໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ເຫດ​ການ​ເປີດ​ໄລ​ຍະ​ໃໝ່​ໃຫ້​ແກ່​ນະ​ໂຍ​ບາຍ​ຫັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ​ຂອງ​ຫວຽດ​ນາມ. ໂດຍ​ຜ່ານ​ໄລ​ຍະ​ທາງ​ເກືອບ 4 ທົດ​ສະ​ວັດ, ພ້ອມ​ກັບ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້ານັ້ນ, ຫວຽດ​ນາມ​ກໍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ອັນ​ສຳ​ຄັນ​ຈາກ​ອົງ​ການນີ້, ພ້ອມ​ກັນ​ນັ້ນ, ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ກໍ​ນັບ​ມື້​ນັບ​ຖືກ​ຍົກ​ສູງ​ຂຶ້ນ​ບົນ​ເວ​ທີ​ສາ​ກົນ. ສຳ​ນັກ​ງານ ສ.ປ.ຊ ທີ່​ນິວຢອກ, ສະ​ຫະ​ລັດ​ອາ​ເມ​ລິ​ກາ        ໃນ​ຕະຫຼອດ 39 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ຍາມ​ໃດ​ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ​ ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ເປີ​ດ​ກ້​ວາງ, ຫັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ; ເພື່ອນ​ມິດ​ສາ​ກົນ​ໄດ້​ເຫັນ​ວ່າ ຫວຽດ​ນາມ​ໄດ້​ກາຍເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຄົມ​ໂລກ.
TAG
vovworld/ການ​ຕ່າງ​ປະ​ເທດ

More