VOV WorldVOV World
ທົ່ວສັງ​ຄົມ ​ເບິ່ງ​ແຍງ​ດູ​ແລ​, ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ປະ​ເທດ​ຊາດ
27/07/2022 09:16
(VOVWORLD) - ປີ 2022, ຄົບຮອບ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຊິ່ງແມ່ນວັນສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງນັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະໄດ້ອຸທິດສ່ວນເພື່ອເອກະລາດ, ເສລີພາບ ແລະ ການທ້ອນໂຮມປະເທດຊາດເປັນເອກະພາບ, ເພື່ອຄວາມຜາສຸກຂອງປະຊາຊົນ. ບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ອາໄລຫາໄດ້ຈັດຂຶ້ນຢູ່ທຸກທ້ອງຖິ່ນໃນຊຸມວັນນີ້, ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ອັນໄດ້ເປັນການຢັ້ງຢືນຄວາມສຳຄັນຂອງວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄວາມເອົາໃຈໃສ່ຂອງພັກ, ລັດ ຕໍ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.
ທົ່ວສັງ​ຄົມ ​ເບິ່ງ​ແຍງ​ດູ​ແລ​, ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ປະ​ເທດ​ຊາດ
ການເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ (ພາບ: qdnd.vn)
TAG
VOV/VOVworld/ນັກ​ຮົບ​ວິ​ລະ​ຊົນ/ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ/ທະ​ຫານ​ເສຍ​ອົງ​ຄະ

More