WEF 2022: ຫວຽດນາມ ແມ່ນຄູ່ຮ່ວມມືຕັ້ງໜ້າຂອງປະຊາຄົມສາກົນ
24/05/2022 09:20
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ພວມເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງເວທີປາໄສເສດຖະກິດໂລກ (ກອງປະຊຸມ WEF 2022) ແຕ່ວັນທີ 22 ຫາວັນທີ 26 ພຶດສະພາ, ຢູ່ Davos, ປະເທດສະວິດ. ການເຂົ້າຮ່ວມກອງປະຊຸມ WEF Davos ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍທີ່ເປັນຈຸດສຸມຂອງ ຫວຽດນາມ ໃນປີ 2022, ອັນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຊຸກຍູ້ການຮ່ວມມືກັບ WEF ກໍຄື ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນແກ້ໄຂບັນດາບັນຫາທົ່ວໂລກ.

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: ກະຊວງການຕ່າງປະເທດ)
TAG
VOV/VOVworld/WEF/ເສດຖະກິດໂລກ/ເສດຖະກິດ - ສັງຄົມ/ຫວຽດນາມ
Related
More








