ວິກິດການ ລັດເຊຍ - ຢູແກຼນ ຍັງມີສິ່ງທ້າທາຍຫຼາຍຢ່າງ ແລະ ຕ້ອງມານະພະຍາຍາມຫຼາຍກວ່າອີກ
22/02/2022 08:42
(VOVWORLD) -ໂດຍເປັນອາທິດໜຶ່ງ ພາຍຫຼັງທີ່ ລັດເຊຍ ໄດ້ຖອນກຳລັງຈຳນວນໜຶ່ງອອກຈາກເຂດຊາຍແດນຕິດກັບ ຢູແກຼນ, ແຕ່ຄວາມເຄັ່ງຕຶງຍັງປົກຄຸມໄປທົ່ວເສັ້ນຊາຍແດນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ທີ່ເຄີຍເປັນສະມາຊິກສະຫະພາບ ໂຊຫວຽດ ເມື່ອກ່ອນນີ້. ຄວາມຈິງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ເພື່ອສາມາດຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ບັນລຸໄດ້ມາດຕະການສຸດທ້າຍສຳລັບວິກິດການນັ້ນ, ທຸກຝ່າຍ ຕ້ອງມີຄວາມມານະພະຍາຍາມຫຼາຍກວ່າອີກ ຈຶ່ງຈະຜ່ານຜ່າສິ່ງທ້າທາຍໃນປັດຈຸບັນໄດ້.

ວັນ ທີ 21 ກຸມ ພາ , ທ່ ານ ປະ ທາ ນາ ທິ ບໍ ດີ ລັດ ເຊຍ Vladimir Putin ໄດ້ ເຊັນ ລັດ ຖະ ດຳ ລັດວ່າ ດ້ວຍ ການ ຮັບ ຮອງ ເອົາ ພື້ນ ຖານ ເອ ກະ ລາດ , ພ້ອມ ທັງ ລົງ ນາມ ໃນ ສົນ ທິ ສັນ ຍາ ມິດ ຕະ ພາບ , ການຮ່ວມ ມື ແລະ ໜູນຊ່ວຍ ສະ ບັບ ຕ່າງໆ ກັບ ສອງ ປະ ເທດ ສາ ທາ ລະ ນະ ລັດ ທີ່ອ້າງ ຊື່ ເອງ Donest (DPR) ແລະ Luhansk (LPR) ຢູ່ ພາກ ຕາ ເວັນ ອອກ ຢູ ແກຼນ . ການ ກະ ທຳ ດັ່ງ ກ່າວ ຖືກ ຄັດ ຄ້ານ ແລະ ຕຳ ໜິ ຕິ ຕຽນ ຢ່າງ ແຮງ ຈາກ ທັງ ຢູ ແກຼນ ແລະ ຝ່າ ຍ ຕາ ເວັນ ຕົກ ໃນ ທັນ ທີ , ອັນ ໄດ້ ເຮັດ ໃຫ້ ຄວາມ ເຄັ່ງ ຕຶງ ທີ່ ບໍ່ ເຄີຍ ມີ ສັນ ຍານ ຫຼຸດ ລົງ ໃນ ຕະຫຼອດ 4 ເດືອນ ຜ່ານ ມາ ຢູ່ ເຂດ ຊາຍ ແດນ ລະ ຫວ່າງ ລັດ ເຊຍ ແລະ ຢູແກຼນ ສືບ ຕໍ່ ເພີ່ມ ຂຶ້ນ ຢ່າງ ແຮງ .
TAG
VOV/VOVworld/ລັດເຊຍ/ຝ່າຍຕາເວັນຕົກ/ຢູແກຼນ
Related
More








