ວິທີການໃໝ່ເພື່ອຊຸກຍູ້ວິວັດທະນາສັນຕິພາບຢູ່ຕາເວັນອອກກາງ
04/12/2014 07:00
ຫວ່າງມໍ່ໆມານີ້, ສະພາແຫ່ງຊາດຝະລັ່ງໄດ້ຮັບຮອງເອົາມະຕິຮັບຮອງ ປາແລັດສະຕິນແມ່ນປະເທດເອກະລາດ. ເປັນອັນວ່າ ຖັດຈາກຊູແອດ, ອັງກິດ, ອຽກລັງ, ແອັດສະປາຍນັ້ນ, ຝະລັ່ງແມ່ນປະເທດທີ່ 5 ໃນເຂດເອີລົບຕາເວັນຕົກ ໄດ້ສະໜັບສະໜູນ ປາແລັດສະຕິນສ້າງຕັ້ງລັດຂອງສະເພາະຕົນເອງ

ຫວ່າງມໍ່ໆມານີ້, ສະພາແຫ່ງຊາດຝະລັ່ງໄດ້ຮັບຮອງເອົາມະຕິຮັບຮອງ ປາແລັດສະຕິນແມ່ນປະເທດເອກະລາດ. ເປັນອັນວ່າ ຖັດຈາກຊູແອດ, ອັງກິດ, ອຽກລັງ, ແອັດສະປາຍນັ້ນ, ຝະລັ່ງແມ່ນປະເທດທີ່ 5 ໃນເຂດເອີລົບຕາເວັນຕົກ ໄດ້ສະໜັບສະໜູນ ປາແລັດສະຕິນສ້າງຕັ້ງລັດຂອງສະເພາະຕົນເອງ. ໃນສະພາບບັນດາການເຈລະຈາຊອກຫາວິທີການແກ້ໄຂດ້ວຍການຄົງຕົວ 2 ລັດລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອນ ຖືຕົກເຂົ້າສູ່ສະພາບບໍ່ມີທາງອອກນັ້ນ, ນັບມື້ນັບມີຫຼາຍປະເທດສະໜັບສະໜູນຄວາມມານາພະຍາຍາມສ້າງຕັ້ງລັດ ປາແລັດສະຕິນ ຊຶ່ງໄດ້ຮັບຖືວ່າ ແມ່ນວິທີການເພື່ອຊຸກຍູ້ວິວັດທະນາສັນຕິພາບຢູ່ຕາເວັນອອກກາງ . ສະພາແຫ່ງຊາດຝະລັ່ງໄດ້ລົງຄະແນນສຽງຮັບຮອງລັດ ປາແລັດສະຕິນ (ພາບ:EPA) ດ້ວຍຈຳນວນບັດສະໜັບສະໜູນ 339 ບັດ, ບັດຄັດຄ້ານ 151 ບັດ ແລະ ບັດຂາວ 16 ບັດ, ວັນທີ 2/12, ສະພາແຫ່ງຊາດຝະລັ່ງໄດ້ຮັບຮອງເອົາມະຕິສະເໜີລັດຖະບານຝະລັ່ງຮັບຮອງລັດ ປາແລັດສະຕິນ ແນໃສ່ບັນລຸວິທີການແກ້ໄຂສຸດທ້າຍໃຫ້ແກ່ການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອນ ຊຶ່ງໄດ້ແກ່ຍາວມາຫຼາຍທົດສະວັດທີ່ຜ່ານມາ.
TAG
vov/vovworld/ສະພາແຫ່ງຊາດ/ປາແລັດສະຕິນ
Related
More








