ຢັ້ງຢືນບົດບາດຂອງ ຫວຽດນາມ ໃນປະຊາຄົມໃຊ້ພາສາ ຝະລັ່ງ ແລະ ຊຸກຍູ້ການຮ່ວມມືກັບ ສ.ຝະລັ່ງ
04/10/2024 07:33
(VOVWORLD) - ວັນທີ 4 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປ ຝະລັ່ງ ເຂົ້າຮ່ວມກອງປະຊຸມສຸດຍອດ Francophonie ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝະລັ່ງ ຢ່າງເປັນທາງການ. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຫຼັກແຫຼ່ງຊອງປະຊາຄົມໃຊ້ພາສາ ຝະລັ່ງ ຢູ່ພາກພື້ນ ອາຊີ-ປາຊີຟິກ, ພ້ອມທັງນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝະລັ່ງ ເຂົ້າສູ່ລວງເລິກ, ແທດຈິງ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະທີ່ຈະມາເຖິງ.

ພິທີຕ້ອນຮັບທ່ານ ໂຕເລິມ ຢູ່ສະໜາມບິນ Orly ທີ່ນະຄອນຫຼວງ ປາຣີ (ພາບ: TTXVN ) ນີ້ແມ່ນຄັ້ງທຳອິດທີ່ການນຳສູງສຸດຂອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ Francophonie ແລະ ກໍ່ແມ່ນການຢ້ຽມຢາມ ຝະລັ່ງ ຄັ້ງທຳອິດຂອງປະທານປະເທດ ຫວຽດນາມ ພາຍຫຼັງ 22 ປີ.
TAG
VOV/VOVworld/ທ່ານ ດິງຕວນທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງf ທ່ານນາງ Vanissa Barrak/ກອງປະຊຸມສຸດຍອດ Francophonie ຄັ້ງທີ 19/ອົງການພາສາ ຝະລັ່ງ ສາກົນ (OIF)
Related
More








