ຢັ້ງຢືນ ແລະ ເຮັດໃຫ້ຄຸນທາດ, ຄຸນຄ່າຫລັກຂອງສັງຄົມນິຍົມເລິກເຊິ່ງຂຶ້ນຕື່ມ
24/02/2022 10:26
(VOVWORLD) -ປື້ມ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບ ສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໂດຍຄັດສະເຫນີບົດຂຽນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ທີ່ຫາກໍ່ເປີດຕົວເມື່ອວັນທີ 9 ກຸມພາ ຜ່ານມາ ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກບັນດານັກວິທະຍາສາດ, ນັກຄົ້ນຄ້ວາທິດສະດີ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ. ບັນດາຂໍ້ອ້າງໃນປື້ມຫົວນີ້ແມ່ນສະແດງໃຫ້ເຫັນຄຸນທາດ, ຄຸນຄ່າຫລັກຂອງ ສັງຄົມນິຍົມ ໃນຂົງເຂດການເມືອງ, ເສດຖະກິດ, ການກໍ່ສ້າງພັກ ແລະ ລະບົບການເມືອງ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດຢ່າງເລິກເຊິ່ງຂຶ້ນຕື່ມ.

ຕາມທ່ານ ຫງວຽນຊວນທັງ, ປະທານສະພາທິດສະດີສູນກາງ, ຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ບໍ່ພຽງແຕ່ແມ່ນຜູ້ນຳສູງສຸດ, ຜູ້ນຳຫນ້າຂອງພັກກອມມູນິດ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນນັກວິທະຍາສາດ, ນັກທິດສະດີໃຫຍ່ຂອງພັກ. ໃນ 2 ປີມານີ້, ທ່ານເລຂາທິການໃຫຍ່ ໄດ້ຂຽນປື້ມ 6 ເຫລັ້ມທີ່ມີຄຸນຄ່າທາງທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ ກ່ຽວກັບຫລາຍບັນຫາຄື: ການກໍ່ສ້າງພັກ, ຕັດສິນໃຈຍູ້ການສໍ້ລາດບັງຫລວງໃຫ້ຖອຍໄປ. ປື້ມ “ ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບ ສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ ” ສືບຕໍ່ສືບທອດ, ພັດທະນາ ແລະ ເຮັດໃຫ້ບັນດາກິດຈະກຳດັ່ງກ່າວຂອງທ່ານເລຂາທິການໃຫຍ່ເລິກເຊິ່ງກວ່າອີກ.
TAG
VOV/VOVworld/ສັງຄົມນິຍົມ/ຫງວຽນຟູຈ້ອງ/ເລຂາທິການໃຫຍ່/ປໍລະປັກ/ພັກກອມມູນິດ ຫວຽດນາມ
Related
More








