VOV WorldVOV World
ຢັ້ງ​ຢືນ ແລະ ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ
10/05/2022 08:54
(VOVWORLD) -ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສືບຕໍ່ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.
ຢັ້ງ​ຢືນ ແລະ ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ
          ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Joseph Robinette Biden Jr., ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່  ອາເມລິກາ ແລະ ສະຫະປະຊາຊາດແຕ່ວັນທີ 11 – 17 ພຶດສະພາ. ໃນລາຍການເຄື່ອນໄຫວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ຈະເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງສາຍພົວພັນລະຫວ່າງ ອາຊຽນ - ອາເມລິກາ ຄົບຮອບ 45 ປີ ໃນລະຫວ່າງວັນທີ 12 – 13 ພຶດສະພາ ຢູ່ນະຄອນຫຼວງ ວໍຊິງຕັນ D.C., ອາເມລິກາ. ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສືບຕໍ່ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.
TAG
VOV/VOVworld/ອາ​ເມ​ລິ​ກາ/ອາ​ຊຽນ/ນາ​ຍົກ​ລັດ​ຖະ​ມົນ​ຕີ/ຫວຽດ​ນາມ/ຢ້ຽມ​ຢາມ

More