ຢັ້ງຢືນຄຳໝັ້ນສັນຍາ ແລະ ບົດບາດຂອງຫວຽດນາມ ທີ່ມີຕໍ່ການຮ່ວມມືແມ່ຂອງ - ຍີ່ປຸ່ນ
02/07/2015 11:57
ໂດຍຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe , ວັນທີ 2/7, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງໄດ້ເລີ່ມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີປຸ່ນຄັ້ງທີ 7 ຢູ່ໂຕກຽວ

ໂດຍຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe , ວັນທີ 2/7, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງໄດ້ເລີ່ມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີປຸ່ນຄັ້ງທີ 7 ຢູ່ໂຕກຽວປະເທດຍີປຸ່ນ. ນີ້ແມ່ນກອງປະຊຸມທີ່ສຳຄັນ ແນໃສ່ເປັນເອກະພາບກັນກ່ຽວກັບການກຳນົດທິດຮ່ວມມືແມ່ຂອງ - ຍີ່ປຸ່ນໃນໄລຍະ 2016-2018. ຫວຽດນາມເຂົ້າຮ່ວມກອງປະຊຸມແມ່ນເພື່ອຢັ້ງຢືນຄຳໝັ້ນສັນຍາ ແລະ ບົດບາດຂອງຫວຽດນາມທີ່ມີຕໍ່ການຮ່ວມມື ແມ່ຂອງ - ຍີ່ປຸ່ນ, ພ້ອມກັນນັ້ນ, ກໍເປັນການປັບປຸງການພົວພັນຮ່ວມມືມິດຕະພາບກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຍີປຸ່ນເລິກເຊິ່ງກ່ວາອີກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃນການພົບປະກັນຢູ່ຮ່າໂນ້ຍເມື່ອຕົນປີ 2013 ກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນຄັ້ງທີ 7 ຢູ່ໂຕກຽວປະເທດຍີປຸ່ນໄດ້ດຳເນີນໃນສະພາວະທີ່ການຮ່ວມມືແມ່ຂອງ - ຍີປຸ່ນໄດ້ ແລະ ພວມບັນລຸໝາກຜົນທີ່ສຳຄັນຫຼາຍຢ່າງ. ກອງປະຊຸມສຸດຍອດຄັ້ງນີ້ຈະສຳຫຼວດກວດຄືນສະພາບການຮ່ວມມືແມ່ຂອງ - ຍີ່ປຸ່ນ, ພິເສດແມ່ນໝາກຜົນແຫ່ງການຜັນຂະຫຍາຍແຜນການດຳເນີນງານແມ່ຂອງ - ຍີ່ປຸ່ນໄລຍະ 2013-2015 ແລະ ວາງອອກບັນດາບຸລິມະສິດໃນໄລຍະທີ່ຈະເຖິງ.
TAG
vov/vovworld/ພົວພັນ/ຮ່ວມມື
Related
More








