VOV WorldVOV World
ບັນຍາກາດຟົດຟື້ນຂອງວຽກເຮັດງານທຳໃນຍາມບຸນເຕັດປີມະໂລງ 2024
04/02/2024 05:00
(VOVWORLD) -ຊ່ວງເວລາໃກ້ບຸນເຕັດ, ມີວິສາຫະກິດຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ມີຄວາມຕ້ອງການຮັບສະໝັກຄົນງານເປັນຈຳນວນຫຼວງຫຼາຍ. ນີ້ກໍແມ່ນໂອກາດເພື່ອເປີດກາລະໂອກາດໃຫ້ຄົນງານມີວຽກເຮັດງານທຳ, ໂດຍສະເພາະຜູ້ອອກແຮງງານຕາມລະດູການ, ເພື່ອມີລາຍຮັບເພີ່ມໃນໂອກາດບຸນເຕັດປີມະໂລງ.
ບັນຍາກາດຟົດຟື້ນຂອງວຽກເຮັດງານທຳໃນຍາມບຸນເຕັດປີມະໂລງ 2024
ລູກຄ້າສັ່ງຊື້ເຄື່ອງບູຊາ ນັບມື້ນັບເພີ່ມຂຶ້ນໃນໂອກາດທ້າຍປີ, ວິສາຫະກິດຕ້ອງການຮັບສະໝັກຜູ້ສົ່ງສິນຄ້າເປັນຈຳນວນຫລາຍ. ພາບ: Kim Dung ໃນບັນດາອາທິດສຸດທ້າຍຂອງປີ,ໂທລະສັບສາຍດ່ວນຂອງບໍລິສັດບໍລິການເຄື່ອງບູຊາຫວຽດ (ນະຄອນຖູດຶກ, ນະຄອນ ໂຮ່ຈີມິນ) ໄດ້ຮັບໃບສັ່ງຊື້ເຄື່ອງບູຊາໃນໂອກາດບຸນເຕັດປະເພນີແບບຄົບທຸກຊຸດຢ່າງຕໍ່ເນື່ອງ. ທ່ານເຈີ່ນກົງຈູງ, ຜູ້ອຳນວຍການໃຫຍ່ບໍລິສັດໃຫ້ຮູ້ວ່າ: ຈຳນວນໃບສັ່ງຊື້ນັບມື້ນັບເພີ່ມຂຶ້ນເມື່ອທຽບໃສ່ມື້ທຳມະດາ, ສະນັ້ນບໍລິສັດຕ້ອງການຮັບສະໝັກພະນັກງານຕື່ມອີກ 20 – 30 ຄົນ, ຄົນງານສາມາດມີລາຍໄດ້ແຕ່ 400.000– 500.000ດົ່ງ (20 -25/USD)/ໃນຕອນເຊົ້າ. ທ່ານເຈີ່ນກົງຈູງໃຫ້ຮູ້ວ່າ:  “ ຍ້ອນ ເປັນວຽກຊົ່ວຄາວຕາມລະດູການ , ສະ ນັ້ນພວກຂ້າ ພະ ເຈົ້າຍັງຕ້ອງອີງໃສ່ຈຳນວນ ໃບ ສັ່ງ ຊື້ເປັນສ່ວນຫຼາຍ , ແຕ່ໃນ ຊຸມມື້ທຳ ມະ ດາພວກ ຂ້າ ພະ ເຈົ້າ ຍາມ ໃດ ກໍ່ ມີທິມງານ ເຮັດ ວຽກ ແບບນອກ ໂມງ ການ ເພື່ອໄປສົ່ງສິນ ຄ້າ . ສະນັ້ນ , ສຳລັບພວກ ເພື່ອນ ຫ ນຸ່ມຜູ້ທີ່ມີຈັນຍາບັນໃນການເຮັດວຽກດີແລະສາມາດເຮັດວຽກ ໄດ້ພາຍ ຫລັງ ບຸນ ເຕັດພວກຂ້າ ພະ ເຈົ້າຍັງ ສືບ ຕໍ່ ຕ້ອງ ການ ເຂົາ ເຈົ້າເມື່ອມີໃບ ສັ່ງ ຊື້ ສິນ ຄ້າພວກ ຂ້າ ພະ ເຈົ້າຍັງໃຫ້ ບຸ ລິ ມະ ສິດແກ່ຜູ້ທີ່ສາມາດເຮັດວຽກງານໄດ້ ດີເພື່ອ ສັບ ຊ້ອນ, ຈັດສົ່ງສິນຄ້າ ” . ໃນຂະນະນັ້ນ, ຢູ່ໂຮງແຮມກຳມະບານແທງດາ (ເມືອງບິ່ງແທ້ງ), ໜ່ວຍງານພວມຮັບສະໝັກພະນັກງານຄື: ພະນັກງານຕ້ອນຮັບ, ພະນັກງານຫ້ອງການທຸລະກິດ, ພະນັກງານບັນຊີ, ປຸງແຕ່ງອາຫານ… ນອກນັ້ນ, ໃນຍາມບຸນເຕັດ, ໂຮງແຮມກຳມະບານແທງດາກໍ່ຍັງຕ້ອງການຊັບພະຍາກອນມະນຸດຈຳນວນຫຼາຍເພື່ອຮັບໃຊ້ເຮັດວຽກໃນຍາມບຸນເຕັດ.ທ່ານຟ້າມມິງເຕີນ, ຮອງຫົວຫນ້າຫ້ອງການຈັດຕັ້ງຮູ້ວ່າ: “ ປະຈຸ ບັນ , ຕາມ ແຜນການ ຂອງ ລາຍ ການ " ບຸນ ເຕັດ ແຫ່ງ ຄວາມ ເຕົ້າ ໂຮມ " ຂອງສະຫະພັນ ແຮງ ງານນະຄອນ ໂຮ່ຈິ ມິນ , ພວກ ຂ້າພະ ເຈົ້າ ຈະ ໄປຫາ ບັນ ດາ ເມືອງ ໃນ ນະ ຄອນ ເພື່ອ ຮັບ ໃຊ້ ກຳ ມະ ກອນ ຜູ້ທີ່ ບໍ່ ສາມາດ ກັບ ເມືອ ບ້ານ ຕ້ອນ ຮັບ ບຸນ ເຕັດ . ສະນັ້ນ , ໜ່ວຍ ງານ ຈຶ່ງ ຕ້ອງການ ຄົນ ງານ ເຮັດ ວຽກເພີ່ມຕາມ ລະດູ ການ ເປັນ ຈຳນວນ ຫຼາຍ , ສ່ວນ ຫລາຍ ແມ່ນ ພະນັກງານບໍລິການ ແລະ ພໍ່ ຄົວ ” . ຄວາມຕ້ອງການຈ້າງແມ່ບ້ານຕາມຊົ່ວໂມງກໍ່ເພີ່ມຂຶ້ນໃນຍາມບຸນເຕັດ. ພາບ:GuVi ໃນຍາມບຸນເຕັດຄວາມຕ້ອງການຈ້າງແມ່ບ້ານຕາມຊົ່ວໂມງກໍ່ເພີ່ມຂຶ້ນ, ແຕ່ເຖິງຢ່າງໃດກໍຕາມການສະຫນອງຍັງຈໍາກັດສະນັ້ນຄ່າໃຊ້ຈ່າຍແຮງງານອາດຈະເພີ່ມຂຶ້ນທົບສອງເທົ່າໃນໂອກາດນີ້. ທ່ານຫງວຽນດິ່ງແທງດາດ, ຜູ້ອຳນວຍການຝ່າຍບໍລິຫານຂອງບໍລິສັດGuVi, ເຊິ່ງແມ່ນແອັບພະລິເຄຊັນຈ້າງແມ່ບ້ານຕາມຊົ່ວໂມງທີ່ມີຫລາຍຄົນນຳໃຊ້, ໃຫ້ຮູ້ວ່າ: ປະຈຸບັນ GuVi ຕ້ອງການຮັບສະໝັກພະນັກງານເພີ່ມຕື່ືມປະມານ 100 ຄົນຢູ່ 2 ນະຄອນໃຫຍ່, ນະຄອນໂຮ່ຈິມິນ ແລະຮ່າໂນ້ຍ. ທ່ານຫງວຽນດິ່ງແທ່ງດາດ ແບ່ງປັນວ່າ: “ ປະຈຸ ບັນ , ລາຍ ຮັບ ຂອງ ຄົນ ງານ ແມ່ນ ປະມານ 8 – 12 ລ້ານ USD (410 – 520 USD)/ ເດືອນ . ແຕ່ ຊຸມມື້ ໃກ້ ບຸນ ເຕັດ , ບໍລິສັດຈະເພີ່ມລາຍຮັບໃຫ້ແກ່ ຄົນງານ ປະ ມານ 20%, ສຳ ລັບ ຊຸ ມ ມື້ ໃນ ບຸນ ເຕັດທາງ ບໍ ລິ ສັດ ຈະ ເພີ່ມ ລາຍ ຮັບ ໃຫ້ ຄົນ ງານ ຂຶ້ນ ເປັນ 100% ເມື່ອທຽບກັບມື້ທຳ ມະ ດາ . ຖ້າ ຫາກ ຄົນງານເຮັດວຽກ ຈົນໝົດ ເດືອນ , ເວ ລານັ້ນ ຈະ ໄດ້ ຮັບ ເງິນ ໂບນັດຕື່ມ ອີກ ” . ເພື່ອຕອບສະໜອງຄວາມຕ້ອງການຊື້ສິນຄ້າຂອງປະຊາຊົນໃນໂອກາດທ້າຍປີ ແລະວາງແຜນຈະເປີດສະຖານທີ່ດຳເນີນທຸລະກິດໃໝ່ນັ້ນ, ໄດ້ມີລະບົບຂາຍຍ່ອຍຫຼາຍແຫ່ງຢູ່ນະຄອນໂຮ່ຈິມິນ ເຊັ່ນ: Saigon Co.op, MM Mega Market, AEON Mall, Lottemart, Winmart... ພວມຕັ້ງຫນ້າຮັບສະໝັກຄົນງານເຮັດວຽກເພີ່ມຕາມລະດູການໃນຊຸມເດືອນທ້າຍຂອງປີ. ຕົວຢ່າງ: ບໍລິສັດ Saigon Co.op ຮັບພະນັກງານແຕ່ 1.000-2.000 ຄົນ, ບໍລິສັດຫຸ້ນສ່ວນສູນການຄ້າ Lotte ຫວຽດນາມຕ້ອງການຮັບພະນັກງານເຮັດວຽກເພີ່ມຕາມລະດູການປະມານ1.000 ຄົນ. ເພື່ອດຶງດູດພະນັກງານເຮັດວຽກແບບນອກໂມງການໃນຍາມບຸນເຕັດ, ກຸ່ມບໍລິສັດຂາຍຍ່ອຍ AEON ຫວຽດນາມໄດ້ມີລະບອບບຸລິມະສິດເງິນເດືອນ.ນາງເລທິກ່ຽວລວານ, ນັກສຶກສາຢູ່ມະຫາວິທະຍາໄລສາກົນນະຄອນໂຮ່ຈິມິນພວມຊອກຫາວຽກງານເຮັດວຽກເພີ່ມຕາມລະດູການ, ແບ່ງປັນວ່າ:  “ ສໍາລັບນ້ອງ ແລ້ວພຽງຕ້ອງການວຽກທີ່ມີເວລາເໝາະ ສົມ ທີ່ທັງ ໄປ ເຮັດ ວຽກ ທັງໄປໂຮງຮຽນໄດ້ຕົວຢ່າງ , ໃນ ຂະ ແຫນງດຽວ ກັນ ທີ່ ນ້ອງ ກຳ ລັງຮຽນແມ່ນການຄຸ້ມຄອງຮ້ານອາຫານແລະໂຮງແຮມ . ຫຼືຖ້າເປັນໄປໄດ້ , ນ້ອງຈະ ຊອກຮູ້ບັນ ດາ ຂະ ແຫນງອາຊີບໃຫມ່ເພື່ອທາບ ທາມຕື່ມອີກ ” . ຕາມສູນຄາດຄະເນຄວາມຕ້ອງການແຫຼ່ງຊັບພະຍາກອນມະນຸດ ແລະຕະຫຼາດແຮງງານນະຄອນ ໂຮ່ຈີມິນແລ້ວ, ໃນຍາມບຸນເຕັດທາງນະຄອນຕ້ອງການແຮງງານປະມານ 74.000-86.500 ຄົນ; ໃນນັ້ນ, ໝວດຂະແຫນງການບໍລິການກວມເອົາສ່ວນໃຫຍ່. ກ່ອນບຸນເຕັດ, ນະຄອນຕ້ອງການປະມານ 25,000-29,000 ຕຳແໜ່ງວຽກງານ. ໂດຍສະເພາະແມ່ນຄວາມຕ້ອງການຄົນງານເຮັດວຽກເພີ່ມຕາມລະດູການ ແລະ ນອກໂມງການເປັນຈຳນວນຫຼວງຫຼາຍ ແລະສຸມໃສ່ບັນດາຕຳແໜ່ງເຊັ່ນ: ພະນັກງານຜະລິດ, ພະນັກງານຂາຍສິນຄ້າ, ພະນັກງານທຸລະກິດ, ພະນັກງານຈັດສົ່ງເຄື່ອງ, ພະນັກງານຫຸ້ມຫໍ່, ພະນັກງານບໍລິການ. ຄວາມຟົດຟື້ນຂອງຕະຫຼາດແຮງງານດ້ານການບໍລິການສະແດງໃຫ້ເຫັນວ່າ ເສດຖະກິດນະຄອນໂຮ່ຈິມິນພວມຟື້ນຟູຢ່າງແຮງ, ພ້ອມທັງເປັນສັນຍານຊີ້ໃຫ້ເຫັນບຸນເຕັດທີ່ອີ່ມໜຳສຳລານ ສົມບູນພູນສຸກມາໃຫ້ປະຊາຊົນຢູ່ທີ່ນີ້.
TAG
VOV/VOVworld/ຍາມບຸນເຕັດ/ຮັບພະນັກງານ